ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ຜູ້ສະໝັກເລືອກຕັ້ງ Joe Biden ແຂ່ງຂັນກັນຢ່າງຂ້ຽວຂາດຢູ່ Florida ແລະ Arizona
(VOVWORLD) -ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຂອງ ພັກປະຊາທິປະໄຕ Joe Biden ມີອັດຕາຜູ້ສະໜັບສະໜູນ ຢູ່ ລັດ Florida ລືນກາຍທ່ານປະທານາທິບໍດີ Donald Trump 4 ຄະແນນ.
ຜູ້ສະໝັກເລືອກຕັ້ງ Joe Biden ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN) |
ຕາມໝາກຜົນຂອງການສຳຫຼວດຫວ່າງມໍ່ໆມານີ້ ຂອງ Reuters – Ipsos ທີ່ໄດ້ປະກາດໃນວັນທີ 7 ຕຸລາ, ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຂອງ ພັກປະຊາທິປະໄຕ Joe Biden ມີອັດຕາຜູ້ສະໜັບສະໜູນ ຢູ່ ລັດ Florida ລືນກາຍທ່ານປະທານາທິບໍດີ Donald Trump 4 ຄະແນນ (ດ້ວຍອັດຕາ 49% (Joe Biden) ແລະ 45% (Donald Trump). ສ່ວນຢູ່ ລັດ Arizona, ທ່ານ Joe Biden ໄດ້ລືນກາຍທ່ານ Donald Trump 2 ຄະແນນ (48% ແລະ 46%).