ທ່ານ​ປະ​ທານ ສ​ປ​ປ. ເກົາຫຼີ Kim Jong-Un ມາ​​ເຖິງສະ​ຖານ​ນີ​ລົດ​ໄຟ ດົ່ງ​ດັງ ພາກ​ເໜືອ​ຫວຽດ​ນາມ, ເລີ່ມ​ຕົ້ນ​ການ​​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດຢູ່​ ຫວຽດ​ນາມ.

(VOVWORLD) - ເວລາ 8 ໂມງ 13 ນາທີ, ວັນທີ 26 ກຸມພາ, ປະທານ ພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກຳມະການປ້ອງກັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ Kim Jong-Un ໄດ້ມາເຖິງສະຖານນີລົດໄຟດົ່ງດັງ, ແຂວງ ລ້າງເຊີນ, ພາກເໜືອຫວຽດນາມ.
ທ່ານ​ປະ​ທານ ສ​ປ​ປ. ເກົາຫຼີ Kim Jong-Un ມາ​​ເຖິງສະ​ຖານ​ນີ​ລົດ​ໄຟ ດົ່ງ​ດັງ ພາກ​ເໜືອ​ຫວຽດ​ນາມ, ເລີ່ມ​ຕົ້ນ​ການ​​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດຢູ່​ ຫວຽດ​ນາມ. - ảnh 1 ທ່ານປະທານ ສປປ.ເກົາຫຼີ Kim Jong-Unຢູ່ສະຖານນີລົດໄຟດົ່ງດັງ

ເວລາ 8 ໂມງ 13 ນາທີ, ວັນທີ 26 ກຸມພາ, ທ່ານປະທານ ພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກຳມະການປ້ອງກັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ Kim Jong-Un ໄດ້ມາເຖິງສະຖານນີລົດໄຟດົ່ງດັງ, ແຂວງ ລ້າງເຊີນ, ພາກເໜືອຫວຽດນາມ ໃນລົດໄຟສາຍພິເສດ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງອາເມລິກາ - ສປປ. ເກົາຫຼີ ຄັ້ງທີ ສອງ ຢູ່ຮ່າໂນ້ຍ ແລະ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ຝ່າຍ ຫວຽດນາມ ມາຕ້ອນຮັບທ່ານປະທານ ສປປ. ເກົາຫຼີ ລວມມີ: ທ່ານ ຫວໍວັນເຖືອງ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະ ໂຄສະນາ ແລະ ສຶກສາສູນກາງ; ທ່ານ ມາຍຕຽນຢູງ ກຳມະການກົມການເມືອງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ; ທ່ານ ເລຮ່ວາຍຈູງ ກຳມະການກົມການເມືອງ, ຮອງລັດຖະມົນຕີການຕ່າງປະເທດ; ທ່ານ ຈຸວັນອຽມ ຮອງຫົວໜ້າຫ້ອງວ່າການລັດຖະບານ; ທ່ານ ເລບ້າວີງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະລັດ ປະຊາທິປະໄຕ ປະຊາຊົນ ເກົາຫຼີ ແລະ ການນຳແຂວງລ້າງເຊີນ.

ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ຈະໄດ້ດຳເນີນໃນລະຫວ່າງ ວັນທີ 27 – 28 ກຸມພາ 2019, ຢູ່ຮ່າໂນ້ຍໂດຍໄດ້ຮັບຖືວ່າແມ່ນເຫດການການເມືອງທາງການທູດສຳຄັນຂອງ ຫວຽດນາມ ໃນປີ 2019, ເປັນການຫັນແຜນນະໂຍບາຍ “ຫວຽດນາມເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ໄວ້ວາງໃຈຂອງປະຊາຄົມສາກົນ” ໃຫ້ເປັນລະອຽດ ແລະ ຢ່າງມີຊີວິດຊີວາ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ