ທ່ານ ຟ໋າມບິ່ງມິງ ຕ້ອນຮັບ ທ່ານ ນາງ Cecilia Piccioni
(ພາບ: VGP)
(vovworld)- ຕອນບ່າຍ ວັນທີ 10/11, ຢູ່ຮ່າໂນ້ຍ, ທ່ານ ຟ໋າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ Cecilia Piccioni ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດອີຕາລີ. ທີ່ການຕ້ອນຮັບ, ທ່ານ ຟ໋າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕີລາຄາສູງການພັດທະນາຢ່າງຕັ້ງໜ້າ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ-ອີຕາລີ. ສອງປະເທດ ໄດ້ ແລະ ພວມມີການສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຫຼາຍເວທີປາໄສຫຼາຍຝ່າຍ ແລະ ບັນດາອົງການຈັດຕັ້ງສາກົນ. ທ່ານ ຟ໋າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ເຊື່ອໝັ້ນວ່າ: ໃນອາຍຸການນີ້, ທ່ານ ນາງ ເອກອັກຄະລັດຖະທູດ ຈະປະກອບສ່ວນຢ່າງຕັ້ງໜ້າ, ສົມທົບກັນຢ່າງແໜ້ນແຟ້ນ ກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຜັນຂະຫຍາຍການຮ່ວມມື ລະຫວ່າງ ຫວຽດນາມ ແລະ ອີຕາລີ ຢ່າງແຮງ ກໍ່ຄືປະກອບສ່ວນຊຸກຍູ້ການພົວພັນ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ.
ສ່ວນ ທ່ານ ນາງ ເອກອັກຄະລັດຖະທູດ Cecilia Piccioni ຢືນຢັນວ່າ: ອີຕາລີຍາມໃດກໍ່ຖືເປັນສຳຄັນ ການເພີ່ມທະວີສາຍພົວພັນກັບຫວຽດນາມ, ປາດຖະໜາວ່າ: ສອງປະເທດຈະສືບຕໍ່ຊຸກຍູ້ຜັນຂະຫຍາຍ ບັນດາກົນໄກການຮ່ວມມື ເພື່ອແນໃສ່ສ້າງກຳລັງໜູນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ. ທ່ານ ນາງ ເອກອັກຄະລັດຖະທູດ Cecilia Piccioni ໃຫ້ຄຳໝັ້ນສັນຍາ ຈະມານະພະຍາຍາມ ຊຸກຍູ້ການຮ່ວມມື ຫວຽດນາມ-ອີຕາລີ ຢ່າງເລິກເຊິ່ງກວ່າອີກ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມທະວີການພົວພັນມິດຕະພາບສອງປະເທດ ກໍ່ຄືການພົວພັນ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ ໃນອາຍຸການຂອງຄົນ.