ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫ​ວຽດ​ນາມ ບຸຍ​ແທັງ​ເຊີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ Marise Payne

(VOVWORLD) -ລັດຖະມົນຕີສອງຝ່າຍກໍ່ເຫັນດີເປັນເອກະພາບຈະດຳເນີນການພິຈາລະນາຮັບຮອງ ປາດປອດວັກຊິນຂອງກັນ ເພື່ອສ້າງເງື່ອນໄຂ ໃນການເດີນທາງໄປມາ ແລະ ການພົວພັນທາງການຄ້າ ລະຫວ່າງສອງປະເທດ.
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫ​ວຽດ​ນາມ ບຸຍ​ແທັງ​ເຊີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ​ນາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ Marise Payne - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne (ພາບ: baoquocte.vn)

ວັນທີ 26 ສິງຫາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ ລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne ເນື່ອງໃນໂອກາດ ອົດສະຕາລີ ຫາກໍ່ມອບວັກຊິນAstraZenaca ກ່ວາ 400.000 ໂດສ, ໂດຍເປັນງວດທຳອິດໃນຈຳນວນວັກຊິນ 1,5 ລ້ານໂດສ ເຊິ່ງອົດສະຕາລີ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍໃຫ້ແກ່ ຫວຽດນາມ. ທີ່ການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາ ແລະ ຜັນຂະຫຍາຍບັນດາການພົວພັນຂັ້ນສູງ ແລະ ທຸກຂັ້ນ, ບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ ໃນບັນດາຂົງເຂດລະອຽດ, ເຫັນດີເປັນເອກະພາບຈະປະຕິບັດສຳເລັດມຸ່ງໄປເຖິງການລົງນາມບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ສອງຝ່າຍ ແລະ ການສົມທົບກັບລະຫວ່າງບັນດາກະຊວງທີ່ກ່ຽວຂ້ອງ ເພື່ອປະຕິບັດສຳເລັດຍຸດທະສາດເພີ່ມທະວີການຮ່ວມມືດ້ານເສດຖະກິດ ລະຫວ່າງ ຫວຽດນາມ - ອົດສະຕາລີໂດຍໄວ.  ລັດຖະມົນຕີສອງຝ່າຍກໍ່ເຫັນດີເປັນເອກະພາບຈະດຳເນີນການພິຈາລະນາຮັບຮອງ ປາດປອດວັກຊິນຂອງກັນ ເພື່ອສ້າງເງື່ອນໄຂ ໃນການເດີນທາງໄປມາ ແລະ ການພົວພັນທາງການຄ້າ ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ