ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ​ໂອ້​ລົມ​ສົນ​ທະ​ນາ ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບິ ຊາ​ອຸ​ດິ Faisal Bin Farhan Al Saud

(VOVWORLD) -ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ Faisal Bin Farhan Al Saud (ໃນລະຫວ່າງວັນທີ 17 – 18 ມີນາ ປີ 2022), ຕອນບ່າຍວັນທີ 17 ມີນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ.

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ​ໂອ້​ລົມ​ສົນ​ທະ​ນາ ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຣັບ​ບິ ຊາ​ອຸ​ດິ Faisal Bin Farhan Al Saud - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມສົນທະນາກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ (ພາບ: TTXVN)

ທີ່ການໂອ້ລົມສົນທະນາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ Faisal Bin Farhan Al Saud ໄດ້ເຫັນດີເປັນເອກະພາບ ໂດຍຕີລາຄາວ່າ ການພົວພັນຮ່ວມມື ຫວຽດນາມ - ອາຣັບບິ ຊາອຸດິ ໃນໄລຍະຜ່ານມາ ມີການພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ການພົວພັນດ້ານການເມືອງພັດທະນາດີງາມ ເຊິ່ງສະແດງໃຫ້ເຫັນຜ່ານການໂອ້ລົມທາງໂທລະສັບ, ການພົບປະໂດຍກົງ ລະຫວ່າງການນຳກະຊວງການຕ່າງປະເທດສອງປະເທດ, ສອງຝ່າຍຮັກສາການສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ອົງການຈັດຕັ້ງສາກົນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າຄວນສືບຕໍ່ຮັກສາ ແລະ ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ, ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນ ຢູ່ ສປຊ, ສອງຝ່າຍກໍ່ຢັ້ງຢືນການສະໜັບສະໜູນຕໍ່ລັດທິຫຼາຍຝ່າຍ, ແກ້ໄຂຄວາມບໍ່ລົງລອຍກັນບົນພື້ນຖານການເຈລະຈາ ແລະ ອີງໃສ່ກົດໝາຍສາກົນ. ລັດຖະມົນຕີສອງທ່ານກໍ່ເຫັນດີເປັນເອກະພາບຕໍ່ການຜັນຂະຫຍາຍກົນໄກຮ່ວມມືຄືຄະນະກຳມະການລະຫວ່າງລັດຖະບານ, ການປຶກສາຫາລືດ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດ, ຊຸກຍູ້ການເຈລະຈາ ແລະ ລົງນາມສັນຍາວ່າດ້ວຍການສົ່ງເສີມ ແລະ ອາລັກຂາການລົງທຶນ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ...

ຕອບກັບ

ຂ່າວ/ບົດ​ອື່ນ