ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ແລະ ທ່ານລັດຖະມົນຕີ Teng Savong
(ພາບ: ANTD )
(vovworld) – ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນກະຊວງພາຍໃນລາຊະອານາຈັກ ກຳປູເຈຍ ໂດຍທ່ານ Teng Savong, ລັດຖະມົນຕີວ່າການກະຊວງພາຍໃນລາຊະອານາຈັກ ກຳປູເຈຍ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ຕອນບ່າຍວັນທີ 11/5, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ສະແດງຄວາມພາກພູມໃຈເມື່ອເຫັນວ່າ: ໃນໄລຍະຜ່ານມາ, ການພົວພັນຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ກະຊວງພາຍໃນລາຊະອານາຈັກ ກຳປູເຈຍ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ເພີ່ມທະວີນັບທັງລວງກ້ວາງ ແລະ ລວງເລິກ. ສິ່ງນີ້ໄດ້ນຳມາໃຫ້ມີປະສິດທິຜົນຢ່າງແທ້ດຈິງ, ປະກອບສ່ວນສຳຄັນໃນການປົກປັກຮັກສາຄວາມສະຫງົບປອດໄພປະເທດຊາດຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຮັບໃຊ້ໃຫ້ແກ່ພາລະກິດການເຊື່ອມໂຍງ ແລະ ພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ. ທ່ານລັດຖະມົນຕີ ເຈີ່ນດ້າຍກວາງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ແລະ ກະຊວງພາຍໃນລາຊະອານາຈັກ ກຳປູເຈຍ ຈະສືບຕໍ່ປະຕິບັດສັນຍາການຮ່ວມມືລະຫວ່າງ 2 ກະຊວງໄດ້ເປັນຢ່າງດີ, ຍູ້ແຮງການຮ່ວມມືໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ; ອາດຊະຍາກຳຄ້າຂາຍຂົນສົ່ງຢາເສບຕິດທີ່ຜ່ານຊາຍແດນ, ອາດຊະຍາກຳການຄ້າມະນຸດ; ຮ່ວມມືການບຳລຸງສ້າງພະນັກງານ; ຮັບປະກັນຄວາມສະຫງົບ, ຮັກສາຄວາມສະຫງົບປອດໄພຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ແຕ່ລະປະເທດໄດ້ດີ.