ທ່ານລັດຖະມົນຕີເຈິນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່Israel

ທ່ານລັດຖະມົນຕີເຈິນດ້າຍກວາງຢ້ຽມຢາມແລະເຮັດວຽກຢູ່Israel - ảnh 1
ທ່ານ​ລັດຖະມົນຕີ​ເຈິ​ນດ້າຍ​ກວາງຢ້ຽມຢາມແລະເຮັດ​ວຽກ​ຢູ່Israel
(ພາບ: Vietnam+)

 (vovworld) ​​- ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ແຫ່ງ​ລັດ Israel Yitzhak Aharonovich , ​ແຕ່​ວັນ​ທີ 7-9/11, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ຕຳຫຼວດ​ໂດຍ​ທ່ານພົນ​ເອກເຈິ​ນດ້າຍ​ກວາງ ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ນຳ​ໜ້າ​, ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່Israel ທ່ານ​ລັດຖະມົນຕີ​ເຈິ​ນດ້າຍ​ກວາງ ໄດ້​​​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ປະທານາທິບໍດີ Israel Reuven Rivlin, ​ໄດ້​ພົບ​ປະ​ເຈລະຈາ​ກັບທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Israel Moshe Ya’alon ແລະ ​ເຈລະຈາ​ກັນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງຕຳຫຼວດ Israel Aharonovich. ທີ່​ບັນດາ​ການ​ເຈລະຈາ,ບັນດາ​ການ​ນຳ Israel ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ລະຫວ່າງ​ລັດຖະບານ ​ແລະ ປະຊາຊົນ 2 ປະ​ເທດ​ເວົ້າ​ລວມ, ລະຫວ່າງ​ກະຊວງ​ຕຳຫຼວດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ອົງການ​ປະຕິບັດ​ກົດໝາຍ Israel ກັບ​ກະຊວງ​ຕຳຫຼວດ​ຫວຽດນາມ​ເວົ້ົາ ສະ​ເພາະ. 2 ຝ່າຍ​ໄດ້​ເປັນ​​ເອກະ​ພາບ​ກັນ​ຕີ​ລາຄາວ່າ: ບົນ​ພື້ນຖານ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ຮັກສາ​ຂໍ້​ມູນ​ຂ່າວ​ລັບ ​ແລະ ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ອຸດສາຫະກຳ ​ແລະ ​​ເຕັກ​ໂລ​ໂນ​ຊີ​ໃນ​ຂົງ​ເຂດ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ    ​ປະ​ເທດ​ ​ເຊິ່ງໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ Israel ​ແລະ ກະຊວງ​ຕຳຫຼວດ ຫວຽດນາມ, ການ​ພົວພັນ ​ລະຫວ່າງ 2 ກະຊວງ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ ລະຫວ່າງ 2 ປະ​ເທດ; ​ເປັນ​ເອກະ​ພາບ​ບັນດາ​ມາດ​ຕະການເພີ່ມ​ທະວີ​ການ​ຮ່ວມ​ມື ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂະ​ແໜງ​ອຸດສາຫະກຳ​ປ້ອງ​ກັນ​ຄວາມ​ສະຫງົບ, ອຸດສາຫະກຳການປ້ອງ​ກັນພົນລະ​ເຮືອ​ນຂອງ​ຫວຽດນາມ.

     ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຄັ້ງ​ນີ້, ທ່ານ​ລັດຖະມົນຕີ​ເຈິ​ນດ້າຍ​ກວາງ ພ້ອມ​ກັບ​ຄະນະ​ໄດ້​ໄປ​ຢ້ຽມຢາມ​ສະຖານທູດ​ຫວຽດນາມ ປະຈຳ Israel; ຢ້ຽມຢາມ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ການບິນຈັກກະວານ ແລະ ວາງ​ພວງ​ມາລາ ​ເພື່ອ​  ອາ​ໄລ​ຫາບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຊາວຢິວທີ່ຖືກ​ເຢຍລະ​ມັນ​ເຂັ່ນຂ້າໃນ​ສົງຄາມ​ໂລກ​ຄັ້ງ​ທີ 2 ທີ່​ຫໍພິພິຕະພັນ​ປະຫວັດສາດ Yad Vashem ຢູ່ນະຄອນ Jerusalem.

ຂ່າວ/ບົດ​ອື່ນ