ທ່ານລັດຖະມົນຕີ ໂຕເລີມ ຮັບຕ້ອນທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ.
(VOVWORLD) - ທ່ານ ພົນເອກ ໂຕ່ ເລີມ, ລັດຖະມົນຕີ ກະຊວງຕໍາຫຼວດ ຫວຽດນາມ ໄດສະແດງຄວາມຊົມເຊີຍທີ່ ທ່ານ ເອກອັກຄະລັດຖະທູດໄດ້ມາດໍາລົງອາຍຸການໃໝ່ ຢູ່ ສສ ຫວຽດນາມ ແລະ ອວຍພອນໄຊໃຫ້ທ່ານຈົ່ງປະສົບຜົນສໍາເລັດໃນອາຍຸການນີ້, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ
ພົນເອກ ໂຕ່ ເລີມ ແລະ ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ ຢາຣອນ ມາເຢີ
|
ໃນຕອນບ່າຍວັນທີ 29 ກັນຍາຢູ່ພິທີຕ້ອນຮັບທ່ານ ຢາຣອນ ມາເຢີ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ, ມາຢ້ຽມຂໍ່ານັບ ເນື່ອງໃນໂອກາດເລີ່ມອາຍຸການຢູ່ ສສ ຫວຽດນາມ, ທ່ານ ພົນເອກ ໂຕ່ ເລີມ, ລັດຖະມົນຕີ ກະຊວງຕໍາຫຼວດ ຫວຽດນາມ ໄດສະແດງຄວາມຊົມເຊີຍທີ່ ທ່ານ ເອກອັກຄະລັດຖະທູດໄດ້ມາດໍາລົງອາຍຸການໃໝ່ ຢູ່ ສສ ຫວຽດນາມ ແລະ ອວຍພອນໄຊໃຫ້ທ່ານຈົ່ງປະສົບຜົນສໍາເລັດໃນອາຍຸການນີ້, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ, ລະຫວ່າງກະຊວງຕໍາຫຼວດ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ຂອງ ປະເທດ Israel ເວົ້າສະເພາະໃຫ້ຫຼາຍກວ່າອີກ. ທ່ານ ລັດຖະມົນຕີ ໂຕ່ ເລີມ ເຊື່ອໝັ້ນວ່າ ປີ 2023 ຈະເປັນຂີດໝາຍອັນສໍາຄັນ ເມື່ອສອງປະເທດ ຈະພ້ອມກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ- Israel, ຜ່ານນັ້ນ, ກໍ່ເປັນການປະກອບສ່ວນສ້າງກໍາລັງໜູນໃໝ່ ໃຫ້ແກ່ການພັດທະນາການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດພາກພື້ນການຮ່ວມມື.
ສ່ວນທ່ານເອກອັກຄະລັດຖະທູດ ຢາຣອນ ມາເຢີ ໄດ້ຢືນຢັນວ່າ, ບົນຖານະຕໍາແໜ່ງໃໝ່ນີ້ ຈະແມ່ນຂົວເຊື່ອມຕໍ່ເພີ່ມທະວີຄວາມເຂົ້້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສົມທົບການແລກປ່ຽນປະສົບການ, ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືລະຫວ່າງສອງຝ່າຍ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ພິເສດແມ່ນໃນຂົງເຂດການຮ່ວມມືກ່ຽວກັບດ້ານການປ້ອງກັນຄວາມສະຫງົບ.