ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບຜູ້ມີສິດເລືອກຕັ້ງແຂວງກວ໋າງນາມ
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ການພົບປະ
ກັບຜູ້ມີສິດເລືອກຕັ້ງແຂວງ ກວ໋າງນາມ
|
(vovworld)- ຕອນເຊົ້າວັນທີ1/7, ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດ ແຂວງ ກວ໋າງນາມ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ເຟືອກເຊີນ ແຂວງ ກວ໋າງນາມ ພາຍຫລັງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ເມືອງ ເຟືອກເຊີນ ໄດ້ມີການປ່ຽນແປງຢ່າງວ່ອງໄວໃນຫລາຍດ້ານ, ເຖິງຢ່າງໃດກໍຕາມ ອັດຕາຄອບຄົວທຸກຍາກຍັງຢູ່ໃນລະດັບສູງ, ກວ່າ 48% ຍອດຈຳນວນຄອບຄົວໃນບໍລິເວນ. ສະນັ້ນ ເພື່ອຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ທ່ານຮອງນາຍົກລັດຖະມົນຕີ ສະຫນີຄະນະພັກ, ອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນຄວນມີຫົວຄິດປະດິດສ້າງໃນວິທີຄິດ, ວິທີເຮັດ, ນຳບັນດາຮູບແບບເສດຖະກິດເຂົ້າໃນການຜະລິດຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນຫນັກວ່າ:
“ແຕ່ລະຕາແສງ, ປະຊາຊົນແຕ່ລະຄົນ ຕ້ອງຊອກຮູ້ສາຍເຫດເປັນຫຍັງອັດຕາສ່ວນຄອບຄົວທຸກຍາກຍັງຢູ່ໃນລະດັບສູງ. ພັກ, ລັດ ເອົາໃຈໃສ່ ແກ້ໄຂ, ເປັນຕົ້ນແມ່ນບັນດາເມືອງປະສົບກັບຄວາມຫຍຸ້ງຍາກ.”