ທ່ານຮອງນາຍົກລັດຖະມົນຕີ ຮວາງຈູງຫາຍ
(ພາບອິນເຕີແນັດ)
(vovworld)- ວັນທີ 5/1 ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ຈັດຕັ້ງກອງປະຊຸມ ສະຫຼຸບວຽກງານປີ 2015, ຜັນຂະຫຍາຍແຜນການວຽກງານປີ 2016.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຮວາງຈູງຫາຍ ຢືນຢັນວ່າ: ພັກ ແລະ ລັດ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນໄລຍະປີ 2011-2015, ຄະນະບໍລິຫານງານສູນກາງພັກ ຊຸດທີ 11 ໄດ້ປະກາດໃຊ້ມະຕິ 2 ສະບັບ ກ່ຽວກັບ ການສືບຕໍ່ປ່ຽນໃໝ່ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນ ແລະ ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ສະພາແຫ່ງຊາດໄດ້ປະກາດໃຊ້ກົດໝາຍສຳຄັນ 5 ສະບັບ ກ່ຽວກັບຂົງເຂດຄຸ້ມຄອງຂອງຂະແໜງ. ກ່ຽວກັບທິດທາງໜ້າທີ່ໄລຍະ ປີ 2016-2020, ກໍ່ຄືບັນດາໜ້າທີ່, ມາດຕະການປະຕິບັດໃນປີ 2016 ຂອງຂະແໜງຊັບພະຍາກອນ ແລະ ສິ່ງແວດລ້ອມ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງ: ກ່ອນອື່ນໝົດຕ້ອງສືບຕໍ່ປັບປຸງລະບົບກົດໝາຍ, ກົນໄກນະໂຍບາຍໃຫ້ສຳເລັດ, ເພີ່ມທະວີການຄຸ້ມຄອງລັດກ່ຽວກັບຊັບພະຍາກອນ ແລະ ສິ່ງແວດລ້ອມ; ສ້າງຮ່າງກົດໝາຍວ່າດ້ວຍການວັດແທກທີ່ດິນ ແລະ ແຜນທີ່. ສ້າງ ແລະ ປະກາດໃຊ້ຕາມສິດອຳນາດຂອງເອກະສານແນະນຳກົດໝາຍວ່າດ້ວຍຊັບພະຍາກອນ, ສິ່ງແວດລ້ອມທະເລ ແລະ ໝູ່ເກາະ, ກົດໝາຍວ່າດ້ວຍອຸຕຸນິຍົມອຸທົກກະສາດໃຫ້ຖືກກັບກຳນົດເວລາ ແລະ ຮັບປະກັນຄຸນນະພາບ. ສຳລັບບັນດາທ້ອງຖິ່ນ ແມ່ນສຸມໃສ່ສ້າງລະບົບຂໍ້ມູນທີ່ດິນແຫ່ງຊາດ, ສ້າງພື້ນຖານໃຫ້ແກ່ການສ້າງຮູບແບບການຄຸ້ມຄອງທີ່ດິນທັນສະໄໝ, ແລະ ໃຫ້ເປັນເອກະພາບແຕ່ສູນກາງລົງຮອດຂັ້ນທ້ອງຖິ່ນ.