ນາຍົກລັດຖະມົນຕີ ຮ່ວາງຈູງຫາຍ
ພາບ:anttn.vn
|
(vovworld)-ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 15 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຮັບຫລຽນໄຊແຮງງານຊັ້ນຫນຶ່ງຂອງກົມສົ່ງເສີມການຄ້າ ຊື່ງຖືກຈັດຂຶ້ນໃນຕອນບ່າຍວັນທີ 6/7 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເນັ້ນຫນັກວ່າ: ການເຄື່ອນໄຫວດ້ານການຄ້າຄວນໄດ້ຮັບການປ່ຽນໃຫມ່, ມີວິໄສທັດຍາວນານ, ມີຈຸດສຸມ, ໃນນັ້ນ ສຸມໃສ່ຫນູນຊ່ວຍບັນດາປະເພດສິນຄ້າສົ່ງອອກຫລັກແຫລ່ງ ແລະ ພາຍໃນປະເທດແມ່ນຕິດພັນກັບການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ປາດຖະຫນາວ່າ: ໄລຍະຈະມາເຖິງ ກົມສົ່ງເສີມການຄ້າຈະເສີມຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ແມ່ນອົງການຊ່ວຍລັດຖະບານ, ກະຊວງອຸດສາຫະກຳ ການຄ້າສ້າງບັນດາກົນໄກ, ນະໂຍບາຍຢ່າງມີສິດທິຜົນກວ່າເພື່ອຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ພາຍໃນ ແລະ ຕ່າງປະເທດ.