ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວຊີ້ນຳກອງປະຊຸມ
ພາບ:
|
(vovworld)- ວັນທີ 7/12, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຊີ້ນຳການເຮັດວຽກກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ເພື່ອປະກອບຄຳເຫັນກ່ຽວກັບການສ້າງຕັ້ງອົງການສະເພາະກິດທີ່ຕາງຫນ້າໃຫ້ກຳມະສິດທຶນຂອງລັດຢູ່ ວິສາຫະກິດ. ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຊີ້ແຈ້ງວ່າ: ເລື່ອງສ້າງຕັ້ງອົງການຜູ້ຕາງຫນ້າກຳມະສິດທຶນຂອງລັດຢູ່ ວິສາຫະກິດ ແມ່ນປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດ, ຈະສ້າງເງື່ອນໄຂເພື່ອໃຫ້ບັນດາກະຊວງປະຕິບັດບົດບາດຫນ້າທີ່ຄຸ້ມຄອງລັດສຳລັບດ້ານທຶນຮອນ, ຊັບສິນຊື່ງລັດໄດ້ລົງທຶນເຂົ້າໃນວິສາຫະກິດໃຫ້ດີກວ່າ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ບັນດາກະຊວງ ຕ້ອງເຮັດແຈ້ງກົນໄກການເຄື່ອນໄຫວ, ຈັດຕັ້ງກົງຈັກ ແລະ ການເງິນຂອງອົງການນີ້ໃນແຜນຮ່າງຢ່າງທັນທີ. ໄປຄຽງຄູ່ກັນນັ້ນ ແມ່ນສຳຫລວດກວດກາບັນດາເອກະສານນິຕິກຳ, ເປັນເສນາທິການໃຫ້ລັດຖະບານ, ສະພາແຫ່ງຊາດ ປັບປຸງ, ລົບລ້າງບັນດາເອກະສານທີ່ໄດ້ກຳນົດກ່ຽວກັບຜູ້ຕາງຫນ້າກຳມະສິດຂອງລັດທີ່ບໍ່ເໝາະສົມອີກ.