ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບປະການນໍາ ແລະ ລັດຖະມົນຕີການຕ່າງປະເທດບັນດາປະເທດ ເຂົ້າຮ່ວມວາລະປະຊຸມປຶກສາຫາລືເປີດ ຂັ້ນລັດຖະມົນຕີ ຂອງສະພາຄວາມໝັ້ນຄົງ ສປຊ
(VOVWORLD) -ວັນທີ 9 ມັງກອນ, ຢູ່ສໍານັກງານ ສປຊ ຢູ່ ນິວຢອກ, ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານ Urmas Reinsalu ລັດຖະມົນຕີການຕ່າງປະເທດ Estonia, ທ່ານ Peter Szijjarto ລັດຖະມົນຕີການຕ່າງປະເທດ Hungary, ທ່ານ Michelle Muntefering ລັດຖະມົນຕີການຕ່າງປະເທດ ເຢຍລະມັນ; ທ່ານ Ralph Gonsalves ນາຍົກລັດຖະມົນຕີຂອງປະເທດເກາະ Saint Vincent ແລະ Grenadines.
ວາລະປະຊຸມປຶກສາຫາລືເປີດ ຂັ້ນລັດຖະມົນຕີ ຂອງສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN) |
ໃນການຕ້ອນຮັບຄັ້ງຕ່າງໆ, ການນໍາ ແລະ ລັດຖະມົນຕີການຕ່າງປະເທດບັນດາປະເທດ ຕ່າງກໍຢັ້ງຢືນເຖິງຖືເປັນສໍາຄັນ ແລະ ເພີ່ມທະວີການພົວພັນກັບ ຫວຽດນາມ, ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດກັບຫວຽດນາມໃນເວທີປາໄສ ສປຊ ໃຫ້ຫຼາຍກວ່າອີກ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງຫວຽດນາມ ແລະ ບັນດາປະເທດມີທ່າແຮງ.
ສ່ວນທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ປາດຖະໜາຢາກສືບຕໍ່ເພີ່ມທະວີການສົມທົບກັບປະເທດ Estonia, Hungary, ເຢຍລະມັນ, ປະເທດເກາະ Saint Vincent ແລະ Grenadines ຕື່ມອີກ ເພື່ອແນໃສ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັນດາວຽກງານຂອງ ສປຊ ໃນຂົງເຂດສ້າງສັນຕິພາບ ແລະ ຄວາມໝັ້ນຄົງ. ສະເພາະ Estonia, Hungary, ເຢຍລະມັນ, ທ່ານ ຟ້າມບິ່ງມິງ ປາດຖະໜາຢາກເພີ່ມທະວີການພົວພັນທາງການຄ້າ - ການລົງທຶນ ໂດຍສະເພາະແມ່ນບັນດາກາລະໂອກາດ ເມື່ອ ສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ສັນຍາ ອາລັກຂາການລົງທຶນ ຫວຽດນາມ - ອີຢູ ໄດ້ຮັບການຮັບຮອງເອົາ.