ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມຕຳຫຼວດທະເລເຂດໜຶ່ງ
(ພາບ: VGP/Lê Sơn)
(vovworld) - ວັນທີ 6/1, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງລັດໄດ້ລົງຢ້ຽມຢາມຕຳຫຼວດທະເລເຂດໜຶ່ງ ຂຶ້ນກັບກອງບັນຊາການຕຳຫຼວດທະເລຫວຽດນາມ. ເມື່ອໂອ້ລົມກັບພະນັກງານ, ນັກຮົບຕຳຫຼວດທະເລຫວຍດນາມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍສັນລະເສີນພະນັກງານ, ນັກຮົບກຳລັງຕຳຫຼວດທະເລຫວຽດນາມ ທຸກຄົນ ພາຍຫຼັງ 14 ປີແຫ່ງການສ້າງຕັ້ງ ແລະ ເຕີບໃຫຍ່ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ການທ້າທາຍ, ປະຕິບັດໜ້າທີ່ເຊິ່ງພັກ, ລັດຖະບານມອບໝາຍໃຫ້ຢ່າງມີໄຊ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ບັນດາພະນັກງານ, ຕຳຫຼວດໃນທົ່ວກຳລັງ, ສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນນະທາດດ້ານການເມືອງ, ເສີມຂະຫຍາຍມູນເຊື້ອອົງອາດກ້າຫານຂອງຊາດ, ຕັດສິນໃຈຮັກສາຄວາມໝັ້ນຄົງບົນທະເລ ແລະ ປັກປັກຮັກສາອະທິປະໄຕທະເລ, ເກາະ, ໄຫຼ່ທະວີບສັກກະລະບູຊາຂອງປະເທດຊາດໄວ້ຢ່າງໝັ້ນຄົງ.