(vovworld) - ວັນທີ 14/03, ຄະນະປະຕິບັດງານຂອງລັດຖະບານ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຢີນ ນຳໜ້າໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບແຂວງຮ່ວາບິ່ງ ກ່ຽວກັບສະພາບການເສດຖະກິດ, ສັງຄົມໃນປີ 2013, ໜ້າທີ່ໃນປີ 2013; ຕີລາຄາສະຫຼຸບ 3 ປີແຫ່ງການການປະຕິບັດແຜນຮ່າງ “ບຳລຸງສ້າງວິຊາຊີບໃຫ້ແກ່ຄົນງານຊົນນະບົດຮອດປີ 2020”. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຢີນ ສະເໜີໃຫ້ແຂວງ ຮ່ວາບິ່ງ ຕ້ອງມີມາດຕະການແກ້ໄຂຕ່າງໆ ເພື່ອແນໃສ່ເພີ່ມທະວີປະສິດທິຜົນໃຫ້ແກ່ວຽການບຳລຸງສ້າງວິຊາຊີບກວ່າອີກ, ຍູ້ແຮງການແນະນຳວິຊາຊີບໃຫ້ແກ່ນັກຮຽນມັດຖະຍົມຕອນປ່າຍ; ຊ່ວຍຈຳໜ່າຍຜະລິດຕະພັນໃຫ້ແກ່ປະຊາຊົນ; ຍົກສູງຄຸນນະພາບບັນດາຮາກຖານບຳລຸງສ້າງວິສາຊີບ. ຄຽງຂ້າງນັ້ນ, ແຂວງຕ້ອງເອົາໃຈໃສ່ເຖິງເລື່ອງບຳລຸງສ້າງວິສາຊີບ, ຕິດຜັນກັບຄວາມຕ້ອງການຂອງທ້ອງຖິ່ນ. ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຢີນ ໄດ້ລົງຢ້ຽມຢາມບັນດາຄອບຄົວທີ່ໄດ້ຮັບການບຳລຸງສ້າງຢູ່ເມືອງ ເຕີນລາກ ແລະ ສູນບຳລຸງສ້າງວິຊາຊີບເມືອງເຕີນລາກ.