ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ: ຕ້ອງແກ້ໄຂບັນດາເຫດລະເມີດການຂຸດຄົ້ນ IUU ຢ່າງເຂັ້ມງວດ
(VOVWORLD) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດຕ້ອງສືບຕໍ່ຈັດຕັ້ງບັນດາຄະນະປະຕິບັດວຽກງານກວດກາ, ຊຸກຍູ້, ແນະນຳບັນດາທ້ອງຖິ່ນ ປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ແລະ ລາຍງານ ໝາກຜົນຂອງການປະຕິບັດຕໍ່ນາຍົກລັດຖະມົນຕີ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ຕອນບ່າຍວັນທີ 5 ກຸມພາ, ຢູ່ນະຄອນ ແຣກຢ້າ, ແຂວງ ກຽນຢາງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ, ຫົວໜ້າຄະນະຊີນຳແຫ່ງຊາດກ່ຽວກັບ IUU ເປັນປະທານກອງປະຊຸມຄັ້ງທີ 9 ກ່ຽວກັບການຂຸດຄົ້ນສິນທະເລ ແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ກັບບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ແລະ 28 ແຂວງ, ນະຄອນຢູ່ແຄມທະເລທົ່ວປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ສະເໜີກະຊວງກະສິກຳ ແລະ ພັດທະນາບົນນະບົດ, ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນສຸມແຫຼ່ງກຳລັງ, ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດສອງໜ້າທີ່ໃຫ້ເປັນຢ່າງດີ, ບໍ່ປະໃຫ້ກຳປັ່ນຫາປາໃດລະເມີດເຂດທະເລຕ່າງປະເທດ ແລະ ແກ້ໄຂບັນດາການລະເມີດການຂຸດຄົ້ນ IUU ຢ່າງເຂັ້ມງວດ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດຕ້ອງສືບຕໍ່ຈັດຕັ້ງບັນດາຄະນະປະຕິບັດວຽກງານກວດກາ, ຊຸກຍູ້, ແນະນຳບັນດາທ້ອງຖິ່ນ ປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ແລະ ລາຍງານ ໝາກຜົນຂອງການປະຕິບັດຕໍ່ນາຍົກລັດຖະມົນຕີ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີບັນດາແຂວງ, ນະຄອນແຄມທະເລ ແກ້ໄຂບັນດາກໍລະນີລະເມີດການຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດ ຢ່າງເດັດຂາດ, ກວດພົບຢ່າງທັນການ, ແຕ່ໄກ, ສະກັດກັ້ນ, ແກ້ໄຂກຳປັ່ນຫາປາ, ຊາວປະມົງທີ່ມີສັນຍານໄປຂຸດຄົ້ນແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດໂດຍໄວ ແລະ ທັນການ.