ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ກວດກາ, ຊຸກຍູ້ຄວາມຄືບໜ້າ 2 ໂຄງການພື້ນຖານໂຄງລ່າງຈຸດສຸມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມອບຂອງຂວັນ, ລະດົມກຳລັງໃຈ, ຢື້ຢາມຖາມຂ່າວພະນັກງານ, ກຳມະກອນ, ຜູ້ອອກແຮງານເຂົ້າຮ່ວມໂຄງການ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ, ກວດກາ, ຊຸກຍູ້ຄວາມຄືບໜ້າ 2 ໂຄງການພື້ນຖານໂຄງລ່າງຈຸດສຸມ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ຄະນະປະຕິບັດງານໄດ້ໄປກວດກາຄວາມຄືບໜ້າການກໍ່ສ້າງໂຄງການເດີນສາຍໄຟຟ້າ 500 kV ກວາງແຈກ)

        ຕອນເຊົ້າວັນທີ 17 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ແລະ ຄະນະປະຕິບັດງານໄດ້ໄປກວດກາຄວາມຄືບໜ້າການກໍ່ສ້າງໂຄງການເດີນສາຍໄຟຟ້າ 500 kV ກວາງແຈກ (ແຂວງ ກວາງບິ່ງ) - ກີນລຶວ (ແຂວງ ເງັ້ະອານ). ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ມອບຂອງຂວັນ, ລະດົມກຳລັງໃຈ, ຢື້ຢາມຖາມຂ່າວພະນັກງານ, ກຳມະກອນ, ຜູ້ອອກແຮງງານເຂົ້າຮ່ວມໂຄງການ; ທ່ານສະເໜີໃຫ້ບັນດາທ້ອງຖິ່ນ, ເຈົ້າຂອງລົງທຶນ, ຫົວໜ່ວຍປະຕິບັດ, ໃຫ້ຄຳປຶກສາຕິດຕາມ… ສືບຕໍ່ຜັນຂະຫຍາຍບັນດາໂຄງການຢ່າງມີປະສິດທິຜົນ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ເຕັກນິກຂອງບັນດາໂຄງການ…

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໄປກວດກາຄວາມຄືບໜ້າເສັ້ນທາງຄວາມໄວສູງ ຢ້ຽນເຈົາ (ເງັ້ະອານ) - ບ້າຍວອດ (ແຂວງ ຮ່າຕິ້ງ). ຄາດວ່າ, ໂຄງການນີ້ຈະກໍ່ສ້າງສຳເລັດໃນເດືອນ ພຶດສະພາ 2024.

ຕອບກັບ

ຂ່າວ/ບົດ​ອື່ນ