ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ, ຢູ່ ບຣຸກແຊນ, ປະເທດ ແບນຊິກ

(VOVWORLD) - ໃນຂອບເຂດຂອງເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະມີບົດກ່າວປາໄສສຳຄັນກ່ຽວກັບການຫັນເປັນສີຂຽວ, ການຫັນປ່ຽນພະລັງງານ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ, ຢູ່ ບຣຸກແຊນ, ປະເທດ ແບນຊິກ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ສະຫະປະຊາຊາດ (ອີຢູ) ຫງວຽນວັນຖາວ
(ພາບ: baoquocte.vn)

        ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານຄະນະກຳມະການ ເອີລົບ (ອີຊີ) Ursula von der Leyen, ວັນທີ 25 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສປະຕູສູ່ທົ່ວໂລກ (Global Gateway), ຢູ່ ບຣຸກແຊນ, ປະເທດ ແບນຊິກ. ເຫດການຈະຈັດຂຶ້ນແຕ່ວັນທີ 25-26 ຕຸລາ.

        ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ - ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ສະຫະປະຊາຊາດ (ອີຢູ) ຫງວຽນວັນຖາວ ໃຫ້ຮູ້ວ່າ, ໃນຂອບເຂດຂອງເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະມີບົດກ່າວປາໄສສຳຄັນກ່ຽວກັບການຫັນເປັນສີຂຽວ, ການຫັນປ່ຽນພະລັງງານ. ຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນຂອບເຂດເວທີປາໄສນີ້ຈະດຳເນີນການລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງທະນາຄານລົງທຶນ ເອີລົບ (EIB) ແລະ ກະຊວງການເງິນ ຫວຽດນາມ. ນີ້ແມ່ນບາດກ້າວທີ່ລະອຽດຂອງ ຫວຽດນາມ ໃນການປະຕິບັດຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງຍຸຕິທຳ.

        ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ, ທ່ານເອກອັກຄະລັດຖະທູດ ຫງວຽນວັນຖາວ ໃຫ້ຮູ້ວ່າ, ເລື່ອງການນຳ ແລະ ບັນດາເຈົ້າໜ້າທີ່ຂອງ ອີຢູ ຈະພົບປະກັບທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ຫວຽດນາມ ແມ່ນສິ່ງພິສູດໃຫ້ເຫັນເລື່ອງ ອີຢູ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ. ທ່ານເຊື່ອໝັ້ນວ່າ, ການຮ່ວມມືລະຫວ່າງ ອີຢູ ເວົ້າລວມກັບ  ຫວຽດນາມ ຈະບັນລຸການເຕີບໂຕກະໂດດຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ