ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເປັນປະທານກອງປະຊຸມສະຫລຸບຕີລາຄາວຽກງານຄວບຄຸມລາຄາ ແລະ ໄພເງິນເຟີ້ໃນ 9 ເດືອນຜ່ານມາ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: 3 ເດືອນທ້າຍປີ 2018 ຍັງຄົງຊ້ອນແຝງ ບັນດາປັດໄຈທີ່ກະທົບໃສ່ລາຄາຂາຍສິນຄ້າ

ຕອນເຊົ້າວັນທີ 28 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານ ເວືອງດິ່ງເຫ້ວ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມສະຫລຸບ, ຕີລາຄາວຽກງານການຄວບຄຸມລາຄາສິນຄ້າ ແລະ ໄພເງິນເຟີ້ໃນ 9 ເດືອນຜ່ານມາ ແລະ ປຶກສາຫາລືວຽກງານຄວບຄຸມລາຄາສິນຄ້າໃນທ້ອງຕະຫຼາດໃຫ້ເປັນປົກກະຕິ ໃນ 3 ທ້າຍປີ 2018.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: 3 ເດືອນທ້າຍປີ 2018 ຍັງຄົງຊ້ອນແຝງ ບັນດາປັດໄຈທີ່ກະທົບໃສ່ລາຄາຂາຍສິນຄ້າ, ແຕ່ເລື່ອງປະຕິບັດເປົ້າໝາຍຄວບຄຸມໄພເງິນເຟີ້ສະເລ່ຍໃຫ້ຢູ່ໃນລະດັບຕ່ຳກ່ວາ 4% ນັ້ນ ຍັງຄົງນອນໃນການຄວບຄຸມຂອງລັດຖະບານ. ເພື່ອຮັບປະກັນການປະຕິບັດຈຸດໝາຍທີ່ໄດ້ວາງອອກໃນປີນີ້, ຈຳກັດການກະທົບໃສ່ໄພເງິນເຟີ້ ສະເລ່ຍຂອງປີ 2019 ນັ້ນ, ເລື່ອງການຄວບຄຸມລາຄາສິນຄ້າຂອງ 3 ເດືອນທ້າຍປີກໍ່ຄວນປະຕິບັດຢ່າງລະມັດລະວັງ, ຈຳກັດລະດັບເພີ່ມຂຶ້ນໃນແຕ່ລະເດືອນ. ສະນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຄວນສືບຕໍ່ປະຕິບັດກົນໄກສົມທົບກັນຢ່າງແໜ້ນແຟ້ນ ແລະ ເປັນເຈົ້າການໃນການປະຕິບັດບັນດາມາດຕະການຂອງລັດຖະບານສຳລັບວຽກງານຄວບຄຸມໄພເງິນເຟີ້.

ຕອບກັບ

ຂ່າວ/ບົດ​ອື່ນ