( vovworld ) - ຕອນເຊົ້າວັນທີ 27/6, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ດ້ຽນບານ, ແຂວງກວາງນາມ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 3 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ແຈ້ງໃຫ້ຊາບບາງໝາກຜົນຂອງກອງປະຊຸມເທື່ອທີ 3, ສະພາແຫ່ງຊາດຊຸດທີ 13 ກ່ຽວກັບສະພາບເສດຖະກິດສັງຄົມຂອງປະເທດຊາດ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ກໍ່ຮັບຮູ້ເລື່ອງແກ້ໄຂບັນດາຂໍ້ສະເໜີແນະເຊິ່ງຜູ້ມີສິດເລືອກຕັ້ງເມືອງດ້ຽນບານ, ແຂວງກວາງນາມ ມີຄວາມສົນໃຈ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ເນັ້ນໜັກວ່າ.
“ ສສຊ ຫຼາຍທ່ານໄດ້ຍົກໃຫ້ເຫັນກບັນດາບັນຫາໃຫຍ່ເຊິ່ງປະເທດ, ສັງຄົມພວມເອົາໃຈໃສ່. ຂ້າພະເຈົ້າຕັກເຕື່ອນບັນດາສະຫາຍຢູ່ຂັ້ນເມືອງ, ແຂວງວ່າ ຄວນເພີ່ມທະວີການໂອ້ລົມສົນທະນາກັບປະຊາຊົນ, ຮັບຟັງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ, ອະທິບາຍໃຫ້ປະຊາຊົນເພື່ອຂົນຂວາຍປະຊາຊົນປະຕິບັດແຜນນະໂຍບາຍຂອງພັກ ແລະ ລັດເປັນຢ່າງດີ. ດ້ານໜຶ່ງ, ພວກເຮົາເພື່ມທະວີກົດລະບຽບຂໍ້ບັງຄັບຂອງປະເທດຊາດທີ່ມີຕໍ່ສັງຄົມ, ດ້ານອື່ນອີກພວກເຮົາຕ້ອງໃກ້ຊິດຕິດແທດກັບປະຊາຊົນແມ່ນມີຄວາມສຳຄັນຍິ່ງ, ຈາກນັ້ນຈະແກ້ໄຂບັນດາບັນຫາຂອງປະຊາຊົນ ”
ແລະກໍໃນວັນດຽວກັນ, ຄະນະສສຊແຂວງເຊີນລາ ໂດຍທ່ານ Nguyen Van Hien, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການຍຸດຕິທຳຂອງສະພາແຫ່ງຊາດ, ນຳໜ້າໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ຫງອກຈ໋ຽັນ, ເມືອງ ເມື່ອງລາ, ແຂວງເຊີນລາ. ໜ້າທີ່ນີ້,ຜູ້ມີສິດເລືອກຕັ້ງໄດ້ມີບັນດາຂໍ້ຂໍ້ສະເໜີແນະວ່າ ຄວນມີບັນດາມາດຕະການຢ່າງລະອຽດ ແລະ ໃຫ້ບຸລິມະສິດແກ່ເຂດພູດອຍ, ເຂດຫ່າງໄກສອກຫຼີກໃນຍຸດທະສາດພັດທະນາເສດຖະກິດສັງຄົມ ເພື່ອຫຼຸດຜ່ອນອັດຕາຄອບຄົວທຸກຍາກ, ພິເສດສະພາແຫ່ງຊາດຕ້ອງເອົາໃຈໃສ່ເຖິງວຽກງານຊົດເຊີຍ ຍົກຍ້າຍປະຊາຊົນຕັ້ງຖິ່ນຖານຄົງທີ່ຄືນໃໝ່ໃຫ້ດີກ່ວາອີກ. ທ່ານ Nguyen Van Hien ເວົ້າວ່າ.
“ ບັນຫານະໂຍບາຍສຳລັບປະຊາຊົນຕັ້ງຖິ່ນຖານຄົງທີ່ຄືນໃໝ່ ແມ່ນນະໂຍບາຍທີ່ໃຫຍ່ຫຼວງຂອງພັກ, ລັດ, ຂ້າພະເຈົ້າສະເໜີໃຫ້ຄະນະພັກແຂວງ, ຄະນະກຳມະການປະຊາຊົນຂັ້ນແຂວງ, ຂັ້ນເມືອງຕາແສງ, ບັນດາສະຫາຍຕ້ອງຄົ້ນຄວ້າແຜນນະໂຍບາຍຂອງພັກ, ລັດເປັນຢ່າງດີ ເພື່ອໃຫ້ປະຊາຊົນຕັ້ງຖິ່ນຖານຄົງທີຢູ່ບ່ອນໃໝ່ຊຶ່ງມີລະດັບທຽບເທົ່າ ຫຼື ດີກວ່າຢູ່ບ່ອນເກົ່າ ”.