ທ່ານຮອງນາຍົກລັດຖະມົນ ຕີຈິ້ງດີງຢຸງ ຕ້ອນຮັບນາຍົກລັດຖະມົນຕີອຳນາດການປົກຄອງ Bashkortostan
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ
ໃຫ້ການຕ້ອນຮັບທ່ານ R.Kh.Mardanov
(ພາບ: baochinhphu.vn)
(vovworld) – ຕອນບ່າຍວັນທີ 10/01 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ໃຫ້ການຕ້ອນຮັບທ່ານ R.Kh.Mardanov ນາຍົກລັດຖະມົນຕີ ອຳນາດການປົກຄອງ ສາທາລະນະລັດ Bashkortostan (ສະຫະພັນ ລັດເຊຍ) ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຍູ້ແຮງການຮ່ວມມືກັບ ສະຫະພັນ ລັດເຊຍ ໃນທຸກຂົງເຂດຄື: ດ້ານການເມືອງ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ…ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ: ລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ພ້ອມແລ້ວທີ່ຈະອຳນວຍຄວາມສະດວກໃຫ້ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດຂອງ ສ. Bashkortostan ເຄື່ອນໄຫວລົງທຶນເປັນປົກກະຕິ, ຍາວນານຢູ່ ຫວຽດນາມ.
ສ່ວນທ່ານ R.Kh.Mardanov ນາຍົກລັດຖະມົນຕີອຳນາດການປົກຄອງ ສ. Bashkortostan (ສະຫະພັນ ລັດເຊຍ) ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ເພື່ອແນໃສ່ເພີ່ມເຕີ່ມ, ປະກອບສ່ວນເຂົ້າບັນດາຄຳໝັ້ນສັນຍາຂອງການນຳ 2 ຝ່າຍ ໃນການພັດທະນາຂົງເຂດຮ່ວມມືຕ່າງໆ. ທ່ານ R.Kh.Mardanov ໃຫ້ຮູ້ວ່າ: ໃນການຢ້ຽມຢາມຄັ້ງນີ້, ຄະນະໄດ້ໄປຢ້ຽມຢາມ, ເຮັດວຽກກັບແຂວງ ບ່າເຣຍ - ວູງເຕົາ ໃນນັ້ນ ໄດ້ລົງນາມໃນບົດບັນທຶກຍູ້ແຮງການຮ່ວມມືລະຫວ່າງ 2 ທ້ອງຖິ່ນໃນໄລຍະຈະມາເຖິງ.