(vovworld) - ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Andre Leu, ປະທານສະຫະພັນກະສິກຳອົງຄະທາດສາກົນທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສະຫະພັນກະສິກຳອົງຄະທາດສາກົນແບ່ງປັນບົດຮຽນ, ຍົກອອກບັນດາຂໍ້ລິເລີ່ມໜູນຊ່ວຍການພັດທະນາກະສິກຳອົງຄະທາດຢູ່ຫວຽດນາມ, ບັນດາບັນຫາທີ່ກ່ຽວຂ້ອງເຖິງການໃຫ້ຄຳປຶກສານະໂຍບາຍກະສິກຳອົງຄະທາດ, ໜູນຊ່ວຍດ້ານເຕັກນິກ, ຄົ້ນຄວ້າບຳລຸງສ້າງ... ທ່ານ Andre Leu ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການສົມທົບກັນຂອງສະຫະສະມາຄົມກະສິກຳອົງຄະທາດ ຫວຽດນາມ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ສະຫະພັນກະສິກຳອົງຄະທາດສາກົນ ຈະຜັນຂະຫຍາຍຫຼາຍໂຄງການ, ສ້າງການເຊື່ອມຕໍ່ລະຫວ່າງບັນດາອົງການຈັດຕັ້ງ, ຊຸກຍູ້ກະສິກຳອົງຄະທາດສາກົນເວົ້າລວມ ແລະ ຂະບວນການກະສິກຳອົງຄະທາດຫວຽດນາມ ເວົ້າສະເພາະ; ໜູນຊ່ວຍ ສະຫະສະມາຄົມກະສິກຳອົງຄະທາດຫວຽດນາມ ສ້າງຕັ້ງການພົວພັນຮ່ວມມືກັບບັນດາອົງການຈັດຕັ້ງກະສິກຳອົງຄະທາດຂອງປະເທດອື່ນໃນພາກພື້ນ ແລະ ຢູ່ໃນໄລກ, ນຳກະສິກຳອົງຄະທາດ ຫວຽດນາມ ພັດທະນາຢ່າງໝັ້ນຄົງ, ໃກ້ຊິດສະໜິດສະໜົມກັບສິ່ງແວດລ້ອມເທື່ອລະກ້າວ.