ທ່ານຮອງນາຍົກລັດຖະ ມົນຕີ ຫວູ້ວັນນິງ ຢ້ຽມຢາມ ຊູແອດ ຢ່າງເປັນທາງການ
(ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງພົບປະກັບ
ທ່ານນາງ Kerstin Af Jocknick ຮັກສາການຜູ້ວ່າການທະນາຄານສູນກາງ ຊູແອດ)
(vovworld) - ວັນທີ 11/4, ໃນການຢ້ຽມຢາມ ຊູແອດ ຢ່າງເປັນທາງການຕາມຄຳເຊີນຂອງລັດຖະບານ ປະເທດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານສະພາແຫ່ງຊາດ ຊູແອດ, ເຮັດວຽກກັບລັດຖະມົນຕີກະຊວງການຄ້າ ແລະ ຮ່ວມມື ເອີຣົບເໜືອ ແລະ ການນຳກະຊວງການຕ່າງປະເທດ ຊູແອດ ກໍ່ຄືຕ້ອນຮັບການນຳກຸ່ມບໍລິສັດອັນດັບໜຶ່ງຂອງ ຊູແອດ ຈຳນວນໜຶ່ງ.
ກ່ອນໜ້ານັ້ນ, ວັນທີ 10/4, ທີ່ການພົບປະກັບທ່ານນາງ Kerstin Af Jocknick ຮັກສາການຜູ້ວ່າການທະນາຄານສູນກາງ ຊູແອດ ແລະ ທ່ານ Peter Norman ລັດຖະມົນຕີຕະຫຼາດການເງິນ ຊູແອດ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ວັນນິງ ປາດຖະໜາຢາກໄດ້ຮັບການໜຸນຊ່ວຍຂອງລັດຖະບານ ຊູແອດ, ພິເສດແມ່ນບົດຮຽນໃນການພັດທະນາຕະຫຼາດການເງິນ. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ ຊູແອດ ຕັ້ງໜ້າຊຸກຍູ້ການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ(EU)ໃຫ້ສຳເລັດໂດຍໄວ ແລະ ຮັບຮອງເອົາຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດສຳລັບ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງລັດຖະບານ ຊູແອດ ສືບຕໍ່ສົ່ງເສີມບັນດາກຸ່ມບໍລິສັດລົງທຶນ, ດຳເນີນທຸລະກິດຂອງ ຊູແອດ ເຂົ້າຮ່ວມຕະຫຼາດ ຫວຽດນາມ.