ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ແຂວງ ລາວກາຍ

(VOVWORLD) - ວັນທີ 04 ກໍລະກົດ, ທີ່ຕາແສງ ຈິ້ງເຕື່ອງ, ເມືອງ ບ໋າດຊ໋າດ ແຂວງ ລາວກາຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດ໊ບ໋າຕິ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫລັງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14.
ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ແຂວງ ລາວກາຍ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ແຂວງ ລາວກາຍ (daibieunhandan.vn)

ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ໄດ້ແຈ້ງໝາກຜົນທີ່ພົ້ນເດັ່ນຢູ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14; ສະພາບການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນ 6 ເດືອນຕົ້ນປີ. ບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງເມືອງ ບ໋າດຊ໋າດ ກັບຄະນະສະມາຊິກສະພາແຫ່ງຊາດແຂວງ ລາວກາຍ ຕົ້ນຕໍ່ແມ່ນກ່ຽວຂ້ອງເຖິງບັນຫາຮັບປະກັນຄວາມປອດໄພໃນຍາມເກີດພະຍຸ, ນ້ຳຖ້ວມ.

        ເມື່ອຮັບຮູ້ບັນດາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ທ່ານຮອງປະທານສະພາແຫ່ງຊາດ ໂດ໊ບ໋າຕິ ຕີລາຄາສູງບັນດາໝາກຜົນກ່ຽວກັບການພັດທະນາເສດຖະກິດ - ສັງຄົມເມືອງ ບ໋າດຊ໋າດ ທີ່ບັນລຸໄດ້ໃນໄລຍະຜ່ານມາ. ພ້ອມທັງ, ຮຽກຮ້ອງໃຫ້ເມືອງ ບ໋າດຊ໋າດ ແລະ ບັນດາອົງການທີ່ກ່ຽວຂ້ອງ ເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາເນືື້ອໃນຕິດຕາມກວດກາຂອງຄະນະສະມາຊິກສະພາແຫ່ງຊາດເປັນຢ່າງດີ, ເຮັດວຽກງານຕ້ອນຮັບພົນລະເມືອງເປັນຢ່າງດີ; ກໍ່ສ້າງຊົນນະບົດໃໝ່ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຊີວະພາບ; ປະຕິບັດວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ…

ຕອບກັບ

ຂ່າວ/ບົດ​ອື່ນ