ທ່ານຮອງປະທານາທິບໍດີ ບຣາຊີນ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ
(VOVWORLD) -ວັນທີ 22 ເມສາ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ຢູ່ ບຣາຊີນ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ ອວງຈູລືວ, ຮອງປະທານສະພາແຫ່ງຊາດ ໄດ້ນຳຫນ້າຄະນະ ໄດ້ພົບປະກັບທ່ານຮອງປະທານາທິບໍດີ ບຣາຊີນ Hamilton Mourao.
ທ່ານຮອງປະທານາທິບໍດີ ບຣາຊີນ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ
ພາບ: TTXVN
|
ທີ່ການພົບປະ, ທ່ານຮອງປະທານາທິບໍດີ ບຣາຊີນ ໄດ້ເນັ້ນຫນັກວ່າ ບຣາຊີນ ຍາມໃດກໍ່ຖືຫວຽດນາມ ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ຍາມໃດກໍ່ສະຫງວນນະໂຍບາຍການຕ່າງປະເທດບຸລິມະສິດສຳລັບຫວຽດນາມ ພ້ອມທັງສະແດງຄວາມປາດຖະຫນາຢາກສອງຝ່າຍຈະມານະພະຍາຍາມະເພື່ອຊຸກຍູ້ການລົງທຶນສອງສົ້ນ, ຫັນສິນຄ້າເປັນຫລາຍຮູບແບບຂອງສອງປະເທດ. ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ ເນັ້ນຫນັກວ່າ ບຣາຊີນ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າຂອງຫວຽດນາມ ຢູ່ ພາກພື້ນ ອາເມລີກາ ລາຕີນ. ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ: ຫວຽດນາມ ສະຫນັບສະຫນູນ ບຣາຊີນ ເຂົ້າຮ່ວມສະພາຄວາມໝັ້ນຄົງ ສປຊ ເມື່ອສະພານີ້ໄດ້ຮັບການເປີດກວ້າງ.