(vovworld) – ຕອນເຊົ້າວັນທີ 31/12, ຢູ່ສຳນັກງານສູນກາງພັກ, ທ່ານເລຂາການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ເຮັດວຽກກັບຄະນະປະຈຳສະພາທິດສະດີສູນກາງ ກ່ຽວກັບສະຫຼຸບການເຄື່ອນໄຫວປີ 2012 ແລະ ທິດທາງເຄື່ອນໄຫວໃນປີ 2013. ທ່ານເລຂາການໃຫຍ່ຫງວຽນຟູ໋ຈ້ອງ ສະເໜີວ່າກ້າວເຂົ້າສູ່ປີ 2013, ສະພາທິດສະດີສູນກາງຄວນຮັບຮູ້ຢ່າງເລິກເຊິ່ງ, ກຳເໜ້ນບົດບາດໜ້າທີ່ ກໍ່ຄືບັນດາຂໍ້ສະຫຼຸບໃນການເຮັດວຽກກ່ອນນັ້ນ.ຮັບປະກັນຄວາມກົມກຽວລະຫວ່າງການຄົ້ນຄ້ວາກັບການປະຕິບັດໜ້າທີ່. ທ່ານເລຂາການໃຫຍ່ຫງວຽນຟູ໋ຈ້ອງສະເໜີວ່າ, 6 ເດືອນ ເທື່ອໜຶ່ງ, ສະພາທິດສະດີສູນກາງຈະເຮັດວຽກ ແລະ ລາຍງານກັບທ່ານເລຂາທິການໃຫຍ່ບັນດາຜົນຂອງການຄົ້ນຄ້ວາ ເພື່ອຮັບປະກັນຖືກຕ້ອງກັບຄວາມຄືບໜ້າ, ຄຽງຂ້າງນັ້ນແມ່ນຍົກສູງຄຸນນະພາບການກວດກາຕີລາຄາບັນດາບັນຫາ ເຊິ່ງສູນກາງ ແລະ ກົມການເມືອງໄດ້ມອບໃຫ້:
”ນີ້ແມ່ນການກວດກາຕີລາຄາທີ່ມີລັກສະນະເອກະລາດຂອງສະພາ, ມີລັກສະນະການຈັດຕັ້ງ ໃນຖານະແມ່ນສະພາທິດສະດີສູນກາງ, ຕີກາສີແດງໃສ່, ປຶກສາຫາລືລວມໝູ່ ແລະ ຮັບຜິດຊອບ. ນີ້ແມ່ນການກວດກາ ຕີລາຄາທີ່ມີລັກສະນະເອກະລາດ, ກັບຄວາມຮູ້ຂອງຕົນ. ຕ້ອງກຳແໜ້ນແນວຄິດຊີ້ນຳຂອງກົມການເມືອງ. ສ້າງໂຄງປະກອບລັດວິສາຫະກິດຄືແນວໃດ, ກົມການເມືອງຈະມີມະຕິກ່ຽວກັບການເຊື່ອມໂຍງກັບສາກົນ. ຕ້ອງແຊກຊືມນັບແຕ່ຫົວທີ, ມີຄວາມຮູ້ຢ່າງພຽງພໍ ຈຶ່ງສາມາດກວດກາຕີລາຄາໄດ້”
ທ່ານເລຂາການໃຫຍ່ຫງວຽນຟູ໋ຈ້ອງ ກໍ່ສະເໜີໃຫ້ສະພາທິດສະດີສູນກາງເອົາໃຈໃສ່ເປັນພິເສດເຖິງການຄົ້ນຄ້ວາສາຍພົວພັນລະຫວ່າງແບບວິທີນຳພາຂອງພັກກຳອຳນາດ ແລະ ລັດແຫ່ງອຳນາດນິຕິບັນບັດສັງຄົມນິຍົມ; ຍູ້ແຮງການຄົ້ນຄ້ວາແນວຄິດປະທານ ໂຮ່ຈີມິນ…. ທ່ານເລຂາການໃຫຍ່ຫງວຽນຟູ໋ຈ້ອງ ຫວັງວ່າສະພາທິດສະດີສູນກາງຈະມີບາດກ້າວບຸກທະລຸໃໝ່ກ່ຽວກັບທິດສະດີໃນອາຍຸການໃໝ່, ປະກອບສ່ວນວາງແຜນການ, ແນວທາງ, ໜູ່ນຊ່ວຍພັກ ແລະ ລັກ.