ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

(VOVWORLD) - ນະຄອນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ໜູນຊ່ວຍພັດທະນາຢູ່ບັນດາທ້ອງຖິ່ນຂອງລາວ
ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ - ảnh 1ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ແລະ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

ທີ່ການຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໃນຕອນຄ່ຳວັນທີ 25 ຕຸລາ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງ ການຢ້ຽມຢາມ, ເຮັດວຽກຢູ່ນະຄອນ ໂຮ່ຈີມິນ ຂອງຄະນະຜູ້ແທນຂັ້ນສູງ ລັດຖະບານລາວ, ໃນສະພາບການສອງປະເທດເວົ້າລວມ, ນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງລາວ ເວົ້າສະເພາະ ໄດ້, ພວມຈັດຕັ້ງບັນດາລາຍການສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ, ການຮ່ວມມື ຫວຽດນາມ ແລະ ລາວ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ. ທ່ານ ຫງວຽນທ້ຽນເຍີນ ຢືນຢັນວ່າ: ນະຄອນ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມື, ໜູນຊ່ວຍພັດທະນາຢູ່ບັນດາທ້ອງຖິ່ນຂອງລາວ, ຮ່ວມແຮງຮ່ວມໃຈພ້ອມກັບທົ່ວປະເທດປັບປຸງ, ພັດທະນາການພົວພັນມິດຕະພາບທີ່ບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ - ລາວ ໃຫ້ “ສວຍສົດງົດງາມຕະຫຼອດໄປ”.

        ສ່ວນ ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ສະແດງຄວາມປາດຖະໜາວ່າ ນະຄອນ ສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືກັບບັນດາທ້ອງຖິ່ນຂອງລາວ, ພິເສດ ໃນບັນດາຂົງເຂດແລກປ່ຽນບົດຮຽນ, ຍົກສູງຄຸນນະພາບການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຮ່ວມມືລົງທຶນ, ນຳມາເຊິ່ງປະສິດທິຜົນແທດຈິງໃຫ້ແກ່ການພັດທະນາບັນດາທ້ອງຖິ່ນຂອງລາວ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ