ທ່ານເລຂາທິການໃຫຍ່ ສປຊ Ban Ki Moon
ພາບ:baophapluat
|
(vovworld)- ວັນທີ 8/9, ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ໂອ້ລົມທາງໂທລະສັບກັບ ການນຳເອີລົບ ຈຳນວນຫນຶ່ງ ເພື່ອປຶກສາຫາລື ກ່ຽວກັບບັນດາມາດຕະການຫນູນຊ່ວຍ, ແກ້ໄຂບັນຫາຊາວອົບພະຍົບພວມພາກັນເດີນທາງເຖິງ ເອີລົບ ນັບມື້ນັບຫລາຍ. ໃນການໂອ້ລົມ, ທ່ານ ເລຂາທິການໃຫຍ່ ສປຊ ຖືວ່າ: ບັນດາປະເທດສະຫະພາບເອີລົບ ຄວນປະຕິບັດບັນດາຄວາມຮັບຜິດຊອບ ແລະ ມາດຖານ ຊຶ່ງເຂົາເຈົ້າວາງອອກ. ທ່ານ Ban ki moon ຮຽກຮ້ອງບັນດາການນຳ ເອີລົບ ຈົ່ງຮັບຟັງຄຳເຫັນຂອງຊາວອົບພະຍົບ ເພື່ອຊອກຫາວິທີສຳພັດຢ່າງວ່ອງໄວ ແນໃສ່ແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນຂອງເຂົາເຈົ້າ.