ທ່ານເລຂາທິການໃຫຍ່ສປຊBan Ki-Moonຢ້ຽມຢາມອີຣັກ

ທ່ານເລຂາທິການໃຫຍ່ສປຊBan Ki-Moonຢ້ຽມຢາມອີຣັກ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-Moon ຈະ​ພົບ​ປະ​ກັບ​ທ່ານນາຍົກລັດຖະມົນຕີ ອີຣັກ Nuri al-Maliki
(ພາບ:AFP-TTXVN)


(vovworld) - ວັນ​ທີ 13/1, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-Moon ​ໄດ້​ມາ​ຮອດ​ນະຄອນຫຼວງ Baghdad - ອີຣັກ ​ເພື່ອປຶກສາ​ຫາລືກັບ​ບັນດາ​ເຈົ້າໜ້າທີ່​ຂັ້ນສູງ​ຂອງ ອີຣັກ ກ່ຽວກັບ​ສະພາບ​ການ​​ໃນພາກພື້ນ. ​ຫ້ອງວ່າການ​ນາຍົກລັດຖະມົນຕີ ອີຣັກ ​ໃຫ້​ຮູ້​ວ່າ ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-Moon ຈະ​ພົບ​ປະ​ກັບ​ທ່ານນາຍົກລັດຖະມົນຕີ ອີຣັກ Nuri al-Maliki ​ແລະ ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣັກ Hosh Zebari. ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ເຈລະຈາ​ຕ່າງໆ​ແມ່ນ​ຈະສຸມ​ໃສ່ບັນຫາ ຊີຣີ ​ແລະ ພິ​ເສດ​ແມ່ນ​ວິ​ກິດ​ການ​ຢູ່​ແຂວງ Anbar, ທິດ​ຕາ​ເວັນ​ຕົກ​ຂອງ ອີຣັກ. ການ​ຢ້ຽມຢາມ​ ອີຣັກ ຂອງ ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki-Moon​ໄດ້​ດຳ​ເນີນ​ໄປ​ກ່ອນ​ທີ່​ຈະ​ຈັດຕັ້ງ​ກອງ​ປະຊຸມ​ສັນຕິພາບ​ສາກົນ​ກ່ຽວກັບ ຊີຣີ (ກອງ​ປະຊຸມ Geneva 2) ກວ່າອາທິດໜຶ່ງ, ຄາດ​ວ່າ​ຈະ​ຈັດຕັ້ງ​ໃນ​ວັນ​ທີ 22/1 ​ແລະ ພິ​ເສດ​ແມ່ນ​ໃນ​ສະພາບ​ການທີ່ ອີຣັກ ​ຕ້ອງປະ​ເຊີນໜ້າກັບສະພາບ​ໃຊ້ຄວາມ​ຮຸນ​ແຮງ​ຢ່າງຮ້າຍ​ແຮງທີ່​ສຸດ​ນັບ​ແຕ່​ປີ 2011 ​ເປັນຕົ້ນມາ,​ ​ເມື່ອ​ ອາ​ເມລິ​ກາ ຖອນ​ກຳລັງອອກ​ຈາກ​ປະ​ເທດ​ນີ້.


ຂ່າວ/ບົດ​ອື່ນ