ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງທີ່ການຕ້ອນຮັບ
|
(vovworld) – ທີ່ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນ ຫວຽດນາມ ວິທະຍາຄັ້ງທີ 5 ໃນຕອນບ່າຍວັນທີ 15/12, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຊີ້ແຈ້ງວ່າ: ຫວຽດນາມ ໄດ້ປະຕິບັດກິດຈະການປ່ຽນແປງ, ຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝ ແລະ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ແຕ່ເຖິງຢ່າງໃດກໍ່ຕາມ, ໄລຍະທາງໃນຕໍ່ໜ້າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍ. ໃນຂະບວນວິວັດພັດທະນາກ້າວຂຶ້ນ, ຍາມໃດ ຫວຽດນາມ ກໍ່ໄດ້ຮັບການໜູນຊ່ວຍ, ການຊ່ວຍເຫຼືອຢ່າງມີປະສິດທິຜົນ ແລະ ລ້ຳຄ່າຂອງເພື່ອນມິດສາກົນ, ໃນນັ້ນມີບັນດານັກວິທະຍາສາດ, ບັນດານັກຮຽນຮູ້ສາກົນ:
“ພວກຂ້າພະເຈົ້າປາດຖະໜາວ່າ, ໄລຍະຈະມາເຖິງ, ດ້ວຍພູມປັນຍາ, ບົດຮຽນໃນການຄົ້ນຄ້ວາ ແລະ ຄວາມສຸດຈິດສຸດໃຈຂອງຕົນ, ບັນດານັກວິທະຍາສາດສືບຕໍ່ຄົ້ນຄ້ວາ ດ້ວຍວິທີການທັນສະໄໝ, ພາວະວິໄສ ແລະ ໂຄສະນາເພື່ອໃຫ້ເພື່ອນມິດໃນໂລກເຂົ້າໃຈ ຫວຽດນາມ ຢ່າງເລິກເຊິ່ງ, ຮອບດ້ານກ່ວາອີກ. ພ້ອມກັນນັ້ນ, ຊ່ວຍໃຫ້ ຫວຽດນາມ ມີບົດຮຽນຂອງເພື່ອນມິດສາກົນເພື່ອສ້າງສາ, ພັດທະນາປະເທດຊາດຕື່ມອີກ.”
ດ້ວຍຫົວຂໍ້ວ່າ “ພັດທະນາແບບຍືນຍົງໃນສະພາບການຫັນປ່ຽນໃນທົ່ວໂລກ”, ກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາຄັ້ງທີ 5 ໄດ້ສຸມໃສ່ເຂົ້າບັນດາເນື້ອໃນມີຄວາມໝາຍຕົວຈິງ, ບັນດາບັນຫາເຄັ່ງຮ້ອນພວມວາງອອກສິ່ງທ້າທາຍຫຼາຍຢ່າງໃຫ້ ຫວຽດນາມ ບົນເສັ້ນທາງແຫ່ງການເຊື່ອມໂຍງ ແລະ ພັດທະນາ.