ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ
ຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Barack Obama
(vovworld) - ຕອນບ່າຍວັນທີ 23/05 ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ອາເມລິກາ Barack Obama ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງຄວາມໝາຍ ແລະ ຄວາມສຳຄັນການຢ້ຽມຢາມຂອງທ່ານປະທານາທິບໍດີ Barack Obama, ຖືນີ້ແມ່ນການຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງການນຳ 2 ປະເທດສຳລັບການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນວ່າ ຫວຽດນາມ ສືບຕໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ເນັ້ນໜັກວ່າ 2 ຝ່າຍຄວນສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນລວມໃນພາກພື້ນ ແລະ ໂລກ. ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຊົມເຊີຍບັນດາຖະແຫຼງ ການ ແລະ ການກະທຳຂອງປະເທດຕ່າງໆ ໃນນັ້ນມີ ອາເມລິກາ, ເພື່ອແນໃສ່ປະກອບສ່ວນຮັກສາສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບໃນພາກພື້ນ; ພ້ອມທັງ ຢືນຢັນ ຄືນໃໝ່ຫຼັກໝັ້ນຂອງ ຫວຽດນາມ ແກ້ໄຂບັນດາການຂັດແຍ້ງກັນບົນທະເລຕາເວັນອອກ ດ້ວຍບັນດາມາດຕະການສັນຕິພາບ, ການທູດ ແລະ ນິຕິກຳ ບົນພື້ນຖານເຄົາລົບກົດໝາຍສາກົນ.
ສ່ວນທ່ານປະທານາທິບໍດີ Barack Obama ຕີລາຄາສູງບົດບາດ ແລະ ວິໄສທັດຂອງພັກກອມມູນິດ ຫວຽດນາມ ໃນການຊີ້ນຳນຳພາປະເທດຊາດ ຍາດເອົາບັນດາຜົນງານອັນໃຫຍ່ຫລວງໃນໄລຍະຜ່ານມາ. ທ່ານປະທານາທິບໍດີ Barack Obama ຢືນຢັນວ່າ ອາເມລິກາ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນພາກພຶ້ນ; ທ່ານເນັ້ນໜັກວ່າ ຈະເຮັດວຽກງານທຸກຢ່າງ ເພື່ອຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດບູລິມະສິດ, ພິເສດແມ່ນໜູນຊ່ວຍດ້ານເຕັກນິກ ເພື່ອໃຫ້ ຫວຽດນາມ ປະຕິບັດ TPP, ຕາມຈິດໃຈຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນປີ 2013 ແລະ ຖະແຫຼງການວິໄສທັດລວມ ຫວຽດນາມ - ອາເມລິກາ ປີ 2015. ທ່ານປະທານາທິບໍດີ Barack Obama ຢືນຢັນວ່າ ເລື່ອງຍົກເລີກຄຳສັ່ງຫ້າມຂາຍອາວຸດລ້າງຜານໃຫ້ ຫວຽດນາມ ຢ່າງສົມບູນແບບ ແມ່ນແນໃສ່ປະກອບສ່ວນສ້າງການຫັນປ່ຽນໃໝ່ໃນການພົວພັນລະຫວ່າງ 2 ປະເທດ. ທ່ານປະທານາທິບໍດີ Barack Obama ຍົກອອກຄວາມຈຳເປັນຕ້ອງຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລ, ທາງການບິນ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ. ທ່ານປະທານາທິບໍດີ Barack Obama ສະແດງຄວາມເຊື່ອໝັ້ນວ່າ ການພົວພັນ ຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໂລກ