ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຫົວຫນ້າຄະນະບັນດາພັກເຂົ້າຮ່ວມງານພົບປະ
ພາບ:dangcongsan
|
(vovworld)- ຕອນບ່າຍວັນທີ 29/10 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ຕ້ອນຮັບຫົວຫນ້າຄະນະຜູ້ແທນບັນດາພັກເຂົ້າຮ່ວມງານພົບປະບັນດາພັກກອມມູນິດ ແລະ ກຳມະກອນສາກົນຄັ້ງທີ 18 ຊື່ງຖືກຈັດຂຶ້ນຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງຫົວເລື່ອງ ແລະ ບັນດາເນື້ອໃນປຶກສາຫາລືທີ່ງານພົບປະຄັ້ງນີ້ ແລະ ຖືວ່າ: ໃນສະພາບການປະຈຸບັນ, ການເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ ແລະ ປັບປຸງຄວາມສາມັກຄີ, ເອກະພາບ, ຍູ້ແຮງການປະສານສົມທົບລະຫວ່າງບັນດາພັກກອມມູນິດ ແລະກຳມະກອນໃນການຕໍ່ສູ້ເພື່ອເປົ້າໝາຍລວມແມ່ນມີຄວາມຈຳເປັນທີ່ສຸດ. ທ່ານເລຂາທິການໃຫຍ່ ຢືນຢັນວ່າ: ພັກກອມມູນິດຫວຽດນາມ ຍາມໃດກໍຢືດໝັ້ນຈຸດໝາຍເອກະລາດຂອງຊາດແມ່ນຕິດພັນກັບສັງຄົມນິຍົມ. ບັນດາຜູ້ແທນສາກົນສະແດງຄວາມນິຍົມນັບຖືສຳລັບພາລະກິດຕໍ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມ, ປະທານໂຮ່ຈິມີນ ແລະ ພັກກອມມູນິດຫວຽດນາມ; ຊົມເຊີຍ ແລະ ຖືບັນດາຜົນງານຂອງກິດຈະການປ່ຽນແປງໃຫມ່ກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ໃນ 30 ປີຜ່ານມາແມ່ນມີຄວາມໝາຍສຳຄັນຍິ່ງ, ແມ່ນແຫລ່ງລະດົມກຳລັງອັນໃຫຍ່ຫລວງສຳລັບຂະບວນການກອມມູນິດ ແລະ ກຳມະກອນສາກົນປະຈຸບັນ.