(vovworld) - ວັນທີ 26/06, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຕຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສປປ.ເກົາຫຼີ Kim Chang In, ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ອວຍພອນປະຊາຊົນສປປ.ເກົາຫຼີ ບັນລຸໄດ້ບັນດາໄຊຊະນະທີ່ມີຄວາມໝາຍ ໃນພາລະກິດສ້າງສາປະເທດຊາດ; ເຊື່ອໝັ້ນວ່າພາຍໃຕ້ການຊີ້ນຳນຳພາຂອງພັກແຮງງານສປປ.ເກົາຫຼີ, ປະຊາຊົນ ສປປ.ເກົາຫຼີ ຈະສືບຕໍ່ບັນລຸບັນດາຜົນງານໃໝ່ໃນພາລະກິດສ້າງສາປະເທດຊາດໃຫ້ຫຼາຍກວ່າອີກ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ປາດຖະໜາວ່າ, ໃນຖານະຕຳແໜ່ງໃໝ່ຂອງຕົນ, ທ່ານເອກອັກຄະລັດຖະທູດ Kim Chang In ຈະມີບັນດາການປະກອບສ່ວນໃຫ້ແກ່ການພັດທະນາລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຢ່າງຕັ້ງໜ້າກວ່າອີກ.
ສ່ວນທ່ານເອກອັກຄະລັດຖະທູດ Kim Chang In ເນັ້ນໜັກວ່າ, ການພົວພັນລະຫວ່າງ 2 ພັກ ແມ່ນສ້າງໄດ້ພື້ນຖານດ້ານການເມືອງຢ່າງໝັ້ນຄົງ, ຊຸກຍູ້ການພົວພັນລະຫວ່າງປະຊາຊົນ 2 ປະເທດຢ່າງແຮງໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ Kim Chang In ຢັ້ງຢືນວ່າ, ໃນບໍ່ວ່າຖານະຕຳແໜ່ງໃດກໍ່ຕາມ, ທ່ານຈະສືບຕໍ່ເຮັດຈົດສຸດຄວາມສາມາດຂອງຕົນເພື່ອປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ - ສປປ.ເກົາຫຼີ.