ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມການທະຫານການເມືອງປີ2016

 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງເຂົ້າຮ່ວມກອງປະຊຸມການທະຫານການເມືອງປີ2016 - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງເຂົ້າ​ຮ່ວມ
ກອງ​ປະ​ຊຸມ​ການ​ທະ​ຫານ​ການ​ເມືອງ​ທົ່ວ​ກອງ​ທັບ​ປີ 2016
​ພາບ:TTXVN

(vovworld)- ວັນ​ທີ 13/12, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ການ​ທະ​ຫານ​ການ​ເມືອງ​ທົ່ວ​ກອງ​ທັບ​ປີ 2016 ເພື່ອ​ສະ​ຫລຸບ​ວຽກ​ງານ​ການ​ທະ​ຫານ​ການ​ປ້ອງ​ກັນ​ຊາດ ແລະ ຂະ​ບວນ​ການ​ແຂ່ງ​ຂັນ​ຍາດ​ເອົາ​ໄຊ​ຊະ​ນະ ​ປີ 2016; ຜັນ​ຂະ​ຫຍາຍ​ຫນ້າ​ທີ່ ແລະ ຂະ​ບວນ​ການ​ແຂ່ງ​ຂັນ​ຍາດ​ເອົາ​ໄຊ​ຊະ​ນະ​ປີ 2017. ກ່າ​ວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ ຊີ້​ແຈ້ງວ່າ: ປີ 2017, ທົ່ວ​ກອງ​ທັບ​ຄວນ​ສຸມ​ໃສ່​ຊີ້​ນຳ​ນຳ​ພາ​ປະ​ຕິ​ບັດ​ຫນ້າ​ທີ່​ຈຸດ​ສຸມເປັນ​ຢ່າງ​ດີ, ສືບ​ຕໍ່​ຄົ້ນ​ຄ້​ວາ​, ເຮັດ​ວຽກ​ງານ​ຄາດ​ຄະ​ເນ, ເສ​ນາ​ທິ​ການ​ດ້ານ​ຍຸດ​ທະ​ສາດ, ຄົ້ນ​ພົບ​ໂດຍ​ໄວ, ເສ​ນາ​ທິ​ການ​ໃຫ້​ພັກ, ລັດຢ່າງ​ທັນ​ການ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ກອງ​ທັບ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ດ້ານ​ການ​ເມືອງ, ຈິດ​ໃຈ​ຂອງ​ຊາດ​ເຂົ້າ​ໃນ​ການ​ຮັກ​ສາ​ເອ​ກະ​ລາດ, ກໍ່​ສ້າງ​ກຳ​ລັງ​ກອງ​ທັບ​ໃຫ້​ປອດ​ໃສ​ໝັ້​ນ​ຄົງ​ເຂັ້ມ​ແຂງ​ຮອບ​ດ້ານ. ສົມ​ທົບ​​ຢ່າງ​ແຫນ້ນ​ແຟ້ນ​ລະ​ຫວ່າງດ້ານ​ເສດ​ຖະ​ກິດ​ກັບ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ສືບ​ຕໍ່​ປະ​ຕິ​ບັດ​ຫນ້າ​ທີ່​ການ​ຕ່າງ​ປະ​ເທດ​ປ້ອງ​ກັນ​ປະ​ເທດ​ຕາມ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ ແລະ​ລັດ.


ຕອບກັບ

ຂ່າວ/ບົດ​ອື່ນ