ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຂົ້າຮ່ວມພິທີຮັບເອົາເຮືອບິນຂອງ Vietnam Airline ແລະ Viejet Air ຢູ່ຝລັ່ງ
(VOVWORLD) -ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າຮັບເອົາເຮືອບິນ
ພິທີຕັດແຖບຜ້າຮັບເອົາເຮືອບິນ Airbus A350 ຄັ້ງທີ 11 ຂອງສະຫະບໍລິສັດການບິນຫວຽດນາມ |
ກ່ອນທີ່ຈະສິ້ນສຸດການຢ້ຽມຢາມທາງລັດຖະກິດ ຢູ່ສາທາລະນະລັດຝລັ່ງ ແລະ ເດີນທາງໄປຢ້ຽມຢາມທາງລັດຖະກິດ ຢູ່ສ. ກູບາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າຮັບເອົາເຮືອບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ແລະ ບໍລິສັດການບິນ Viejet Air ຈາກຄູ່ຮ່ວມມືຝລັ່ງ.
ການມີໜ້າຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ທີ່ພິທີຕັດແຖບຜ້າຮັບເອົາເຮືອບິນຂອງສອງບໍລິສັດການບິນຫວຽດນາມຈາກຄູ່ຮ່ວມມືຝລັ່ງໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງການນຳພັກ ແລະ ລັດຕໍ່ການພັດທະນາຂອງບໍລິສັດການບິນຫວຽດນາມ.