ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron

(VOVWORLD) -ໂດຍສືບຕໍ່ການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ວັນທີ 27 ມີນາ, ຢູ່ວັງ L’Eslysse, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ດຳເນີນການເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງເຈລະຈາກັບທ່ານປະທານາທິບໍດີຝລັ່ງ Emmanuel Macron

(ພາບ: TTXVN)

ທີ່ການເຈລະຈາ, ການນຳ 2 ປະເທດໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໂດຍສະເພາະແມ່ນບັນຫາຄວາມໝັ້ນຄົງຢູ່ພາກພື້ນ. 2 ຝ່າຍໄດ້ພ້ອມກັນຖືວ່າ ຕ້ອງແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນອີງໃສ່ກົດໝາຍສາກົນ ແລະ ຄວນເສີມຂະຫຍາຍບົດບາດຄວາມຮັບຜິດຊອບຂອງບັນດາປະເທດ, ເພື່ອຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ. 2 ຝ່າຍກໍ່ສຸມໃສ່ແລກປ່ຽນກ່ຽວກັບບັນດາທິດທາງ ແລະ ມາດຕະການເພື່ອແນໃສ່ສ້າງຂອບເຂດ, ກຳນົດທິດ ແລະ ສ້າງກຳລັງໜູນໃໝ່ເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ່າ, ເປີດໄລຍະພັດທະນາໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ. 2 ຝ່າຍໄດ້ເຫັນດີນຳກັນຊຸກຍູ້ບັນດາໂຄງການຮ່ວມມືສຳຄັນໃນຂົງເຂດໂທລະຄົມມະນາຄົມ, ພະລັງງານ, ວິທະຍາສາດ - ເຕັກໂນໂລຊີ… ການນຳ 2 ທ່ານກໍ່ຕີລາຄາສູງການປະກອບສ່ວນສຳຄັນຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ, ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ.

        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ເຊື້ອເຊີນທ່ານປະທານາທິບໍດີຝລັ່ງ ມາຢ້ຽມຢາມຫວຽດນາມ ໃນຈຸດເວລາທີ່ເໝາະສົມ. ສິ້ນສຸດການເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາເອກະສານຮ່ວມມືສຳຄັນລະຫວ່າງ 2 ຝ່າຍ.

        ກ່າວຄຳເຫັນທີ່ການພົບປະກັບສື່ມວນຊົນພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ, ໃຫ້ຮູ້ວ່າ.

        “ພວກຂ້າພະເຈົ້າໄດ້ເຫັນດີນຳກັນເປີດໄລຍະໃໝ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ - ຝລັ່ງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍູ້ແຮງການຮ່ວມມືຍຸດທະສາດ, ສ້າງການຫັນປ່ຽນຢ່າງແຮງ ເພື່ອຊຸກຍູ້ ແລະ ຍົກສູງປະສິດທິຜົນການຮ່ວມມືໃນທຸກຂົງເຂດກວ່າອີກ ແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າ. ກ່ຽວກັບດ້ານເສດຖະກິດ, ພວກຂ້າພະເຈົ້າມີແຜນນະໂຍບາຍນຳການພົວພັນຮ່ວມມືດ້ານເສດຖະກິດມີການພັດທະນາໃຫ້ເໝາະສົມກວ່າກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດ, ເຫັນດີເພີ່ມທະວີການຄ້າ 2 ສົ້ນຢ່າງແຮງໃນໄລຍະຈະມາເຖິງ. ຂ້າພະເຈົ້າກໍ່ສະເໜີ ແລະ ສົ່ງເສີມບັນດາວິສາຫະກິດຝລັ່ງ ເພີ່ມທະວີການລົງທຶນເຂົ້າຫວຽດນາມ ຢ່າງແຮງກວ່າ ແລະ ພວກຂ້າພະເຈົ້າຢືນຢັນວ່າ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ, ນັກລົງທຶນ 2 ປະເທດໄດ້ເຊື່ອມຕໍ່ກັບຄູ່ຮ່ວມມື, ເພີ່ມທະວີການມີໜ້າຢູ່ແຕ່ລະປະເທດ, ພິເສດໃນບັນດາຂົງເຂດເຊິ່ງຝລັ່ງ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ”.

        ສ່ວນທ່ານປະທານາທິບໍດີຝລັ່ງ Emmanuel Macron ຢືນຢັນວ່າ, ຝລັ່ງ ຍາມໃດກໍ່ຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມ ໃນວິວັດການພັດທະນາຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ