ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເດີນທາງໄປຢ້ຽມຢາມລາຊະອານາຈັກແບນຊິກ ແລະ ສະຫະພາບເອີລົບ

ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງເດີນທາງໄປຢ້ຽມຢາມລາຊະອານາຈັກແບນຊິກ ແລະ ສະຫະພາບເອີລົບ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ ຫງວຽນຟຸ໋ຈ້ອງ)
(vovworld) -     ​ ​ຕອນ​ເຊົ້າ​ວັນ​ທີ 17/1, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄດ້​ໄປ​ຮອດ​ສະໜາມ​ບິນທະ​ຫານ Brussels , ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ແບນ​ຊິກ ​ແລະ ສະຫະພາບ​ເອີ​ລົບ (EU) ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີລາຊະ​ອານາຈັກ​ແບນ​ຊິກ ​Elio Di Pupo ແລະ ປະທານ​ສະພາ​ເອີ​ລົບ (EC) Herman Van Pompuy. ຕ້ອນຮັບທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ ຢູ່​ສະໜາມ​ບິນມີ​ທ່ານ Dirk Achten, ລັດຖະມົນຕີ​ຊ່ວຍ​ວ່າການ, ຜູ້ປະຈຳການ​ກະຊວງ​ການ​ຕ່າງປະ​ເທດ​; ຂຸນ​ນາງ​ຂັ້ນ​ຫ້າ Jo de Grand Ry, ຫົວໜ້າ​ສະຖານກົງສູນ​ກິ​ຕິ​ມະ​ສັກຫວຽດນາມ​ປະຈຳ Anvers ​ແລະ ພັນ​ລະ​ຍາ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຟ້າ​ມ​ແຊງ​ເຈົາ ພ້ອມ​ກັບ​ພະນັກງານ, ພາລະ​ກອນ ສະຖານທູດ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ປະຊາ​ຄົມ​ຫວຽດນາມ​ ຢູ່​ແບນ​ຊິກ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

ຂ່າວ/ບົດ​ອື່ນ