(ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ
ເລີ່ມຕົ້ນການຢ້ຽມຢາມຍີ່ປຸ່ນຢ່າງເປັນທາງການ)
(vovworld) - ຕອນບ່າຍວັນທີ 15/9, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຮອດນະຄອນຫຼວງ ໂຕກຽວ ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ພິທີຕ້ອນຮັບ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ຖືກຈັດຂຶ້ນຢ່າງສົມກຽດທີ່ຫໍຮັບແຂກແຫ່ງຊາດ Akasaka. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ເປັນປະທານພິທີຕ້ອນຮັບ ແລະ ເຈລະຈາກັບ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ທີ່ການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຕໍ່ບັນດາທິດທາງ ແລະ ມາດຕະການເພື່ອແນໃສ່ຊຸກຍູ້ຢ່າງຮອບດ້ານ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງຫວຽດນາມ - ຍີ່ປຸ່ນ ໃນໄລຍະຈະມາເຖິງຢ່າງເລິກເຊິ່ງກວ່າອີກ, ດ້ວຍຈຸດສຸມແມ່ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການເຊື່ອມຕໍ່ ແລະ ຮ່ວມມືດ້ານເສດຖະກິດ ກໍ່ຄືຍູ້ແຮງການຮ່ວມມືໃນບັນດາບັນຫາພາກພື້ນ ແລະ ສາກົນ. ການນຳສອງທ່ານເຫັນດີເປັນເອກະສັນສືບຕໍ່ການຢ້ຽມຢາມເຊິ່ງກັນແລະ ກັນ, ເພີ່ມທະວີການພົບປະລະຫວ່າງການນຳຂັ້ນສູງ, ການພົວພັນ ແລະ ຮ່ວມມືລະຫວ່າງສະພາແຫ່ງຊາດ ແລະ ບັນດາພັກການເມືອງສອງປະເທດ; ເປີດກວ້າງ ແລະ ເຮັດໃຫ້ບັນາກົນໄກຄູ່ເຈລະຈາທີ່ມີຢູ່ແລ້ວຢ່າງເລິກເຊິ່ງກວ່າ. ການນຳສອງທ່ານເຫັນດີຈະຊຸກຍູ້ການເຊື່ອມຕໍ່ສອງພືນຖານເສດຖະກິດຕາມທິດຍາວນານ, ໝັ້ນຄົງໃນຂົງເຂດຈຳນວນໜຶ່ງເຊິ່ງທັງສອງຝ່າຍມີທ່າສະດວກ, ມີຄວາມສາມາດບົ່ມຊ້ອນ… ທີ່ສາມາດໜູນຊ່ວຍກັນເພື່ອພັດທະນາຢ່າງໝັ້ນຄົງ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ຍຸດທະສາດພັດທະນາເສດຖະກິດ, ຄວາມສາມາດຜະລິດ ແລະ ແຫຼ່ງຊັບພະຍາກອນມະນຸດ.
ສິ້ນສຸດການເຈລະຈາ, ສອງຝ່າຍໄດ້ອອກຖະແຫຼງການກ່ຽວກັບວິໄສທັດລວມກ່ຽວກັບການພົວພັນຫວຽດນາມ - ຍີ່ປຸ່ນ.
ແລະກໍ່ຢູ່ທີ່ສຳນັກງານລັດຖະບານ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ.
ສິ້ນສຸດການລົງນາມໃນເອກະສານຮ່ວມມືຕ່າງໆ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ມີການພົບປະກັບວົງການສື່ມວນຊົນຫວຽດນາມ ແລະ ຍີ່ປຸ່ນ. ການນຳສອງທ່ານ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນອັນດີງາມຂອງການເຈລະຈາຂັ້ນສູງ, ເນັ້ນໜັກວ່າການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງຫວຽດນາມ - ຍີ່ປຸ່ນ ແມ່ນເໝາະສົມກັບຜົນປະໂຫຍດຂອງສອງປະເທດ ແລະ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຢູ່ພາກພື້ນ ແລະ ຢູ່ໃນໂລກ.
ພາຍຫຼັງການເຈລະຈາກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດຍີ່ປຸ່ນ Kishida. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢືນຢັນວ່າຫວຽດນາມ ຖືຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນແຖວໜ້າ ແລະ ສະເໜີ ທ່ານລັດຖະມົນຕີ Kishida ສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ມາດຕະການຕ່າງໆເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ, ໜູນຊ່ວຍພັດທະນາຢ່າງໝັ້ນຄົງຂອງຫວຽດນາມ, ເພີ່ມທະວີການສົມທົບກັນລະຫວ່າງສອງປະເທດໃນບັນດາບັນຫາພາກພື້ນ ແລະ ສາກົນ. ທ່ານລັດຖະມົນຕີ Kishida ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະເພີ່ມທະວີການຮ່ວມມືກັບຫວຽດນາມ ເພື່ອສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ, ສືບຕໍ່ບຸລິມະສິດສະຫງວນການອຸປະຖຳພັດທະນາທາງການ (ODA) ໃຫ້ແກ່ຫວຽດນາມ ເພື່ອພັດທະນາພື້ນຖານໂຄງລ່າງຄົມມະນາຄົມ ແລະ ຫວັງວ່າ ຫວຽດນາມ ສືບຕໍ່ຮ່ວມມືກັບຍື່ປຸ່ນໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ Kishida ຢືນຢັນຈະສືບຕໍ່ມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.
ໃນການຢ້ຽມຢາມຄັ້ງນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການເຈລະຈາ, ພົບປະກັບການນຳລັດຖະບານ, ສະພາແຫ່ງຊາດ, ບັນດາພັກຝ່າຍຂອງ ຍີ່ປຸ່ນ ກໍ່ຄືບັນດາກຸ່ມບໍລິສັດເສດຖະກິດໃຫຍ່, ໃນນັ້ນສຸມໃສ່ສາມບັນຫາຈຸດສຸມ: ນັ້ນແມ່ນຊຸກຍູ້ການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຍູ້ແຮງການຮ່ວມມືໃນບັນດາບັນຫາພາກພື້ນ ແລະ ສາກົນ.
ຕອນຄຳ່ວັນທີ 15/9, ທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຈັດງານລ້ຽງຮອງຮັບ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມຢ່າງສົມກຽດ.