ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງໂທລະສັບກັບເລຂາທິການໃຫຍ່ຈີນສືຈິນຜິງ
(ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່,
ປະທານປະເທດຈີນ ສືຈິນຜິງ ໄດ້ໂທລະສັບນຳກັນ)
(vovworld) - ວັນທີ 11/2, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈິນຜິງ ໄດ້ໂທລະສັບນຳກັນ, ເນື່ອງໃນໂອກາດປະຊາຊົນຫວຽດນາມ ແລະ ຈີນ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີມະແມ 2015, ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນປະຊາຊົນຈີນ ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມສຸກໃນປີມະແມ. ທ່ານເນັ້ນໜັກວ່າ 65 ປີຜ່ານມາ, ການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນຄວນສືບຕໍ່ໄດ້ຮັບການຊຸກຍູ້ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖືວ່າສອງປະເທດຄວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນກວ່າອີກ, ປັບປຸງນຳ້ໃຈມິດຕະພາບ; ຍູ້ແຮງການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ; ຮັກສາສັນຕິພາບ, ສະຖຽນລະພາບ, ປຶກສາຫາລືນຳກັນຢ່າງຈິງໃຈເພື່ອແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກຕາມເນື້ອໃນຈິດໃຈບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ເໝາະສົມກັບກົດໝາຍ ແລະ ທຳນຽມສາກົນ; ເຮັດໃຫ້ການພົວພັນຫວຽດນາມ - ຈີນພັດທະນາຢ່າງຈົບງາມ, ໝັ້ນຄົງຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈິນຜິງ ກໍ່ອວຍພອນບັນດາຜົນງານອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນຕະຫຼອດ 85 ປີຜ່ານມາ, ອວຍພອນປະຊາຊົນຫວຽດນາມ ໃນໂອກາດບຸນປີໃໝ່ປະຈຳຊາດຂອງສອງປະເທດ; ອວຍພອນພັກ ແລະ ປະຊາຊົນຫວຽດນາມ ປະຕິບັດສຳເລັດບັນດາຄາດໝາຍ, ໜ້າທີ່ໂດຍກອງປະຊຸມໃຫຍ່ພັກຊຸດທີ 11 ວາງອອກ ແລະ ຈັດຕັ້ງກອງປະຊຸມໃຫຍ່ຊຸດທີ 12 ຂອງພັກສຳເລັດຜົນ. ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສືຈິນຜິງ ກໍ່ປາຖະໜາຈະພ້ອມກັບຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ມິດຕະພາບ, ຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ. ແກ້ບັນດາຄວາມບໍ່ລົງລອຍກັນບົນພື້ນຖານຄວາມຮັບຮູ້ລວມລະຫວ່າງການນຳສອງປະເທດ, ຊຸກຍູ້ການພົວພັນມິດຕະພາບລະຫວ່າງຈີນ - ຫວຽດນາມໃຫ້ພັດທະນາຢ່າງຈົບງາມ, ປອດໄສ.