ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດົງນາຍ

ທ່ານເລຂາທິການໃຫຍ່ຫງວຽນຟຸ໋ຈ້ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ດົງນາຍ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່​ ຫງວຽນ​ຟຸ໋ຈ້ອງ
ເຮັດ​ວຽກ​ຢູ່​ແຂວງ​ດົງ​ນາຍ
(ພາບ: TTXVN)


(vovworld) -  ວັນ​ທີ 28/03, ທ່ານ​ເລ​ຂາ​ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸ໋ຈ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ດົງ​ນາຍ ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 11 ຂອງ​ພັກ ​ແລະ ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 (ຊຸດ​ທີ 11) ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ໃນການ​ກໍ່ສ້າງ​ພັກ​ປະຈຸ​ບັນ”. ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ ​ແລະ ພະນັກງານ​ຫຼັກ​ແຫ​ລ່ງ​ແຂວງ ດົງ​ນາຍ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ສ​ະ​ເໜີ​ໃຫ້​ຄະ​ນະ​ພັກ​ແຂວງ ສືບ​ຕໍ່​ປະຕິບັດ​ບັນດາ​ເນື້ອ​ໃນ​ຂອງມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4​ ເປັນ​ຢ່າງ​ດີ; ຍົກ​ສູງ​ຄຸນ​ນະພາ​ບການ​​ດຳ​ເນີນຊີວິດ​ການ​ເມືອງ; ສືບ​ຕໍ່​ປະຕິບັດ​ກົດ​ລະບຽບ​ເປັນ​ແບບຢ່າງ​ຂອງ​ຜູ້ນຳ​ໜ້າ​ຕິດ​ພັນ​ກັບ​ເນື້ອ​ໃນ​ບັ້ນ​ຂົນຂວາຍ “ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ.”

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟຸ໋ຈ້ອງ ​ໄດ້​ໄປ​ຢ້ຽມຢາມ​ບໍລິສັດ​ໃຫຍ່​ອຸດສາຫະກຳ​ສະບຽງ​ອາຫານ​ດົງ​ນາຍ (DOFICO). ນີ້​ແມ່ນ​ລັດວິ​ສາ​ຫະກິດ​ປະກອບ​ດ້ວຍ 32 ບໍລິສັດ​ລູກ, ບໍລິ​ສັດ​ຮ່ວມສຳພັນ​, ດ້ວຍ​ສະມາຊິກ​ພັກ 800 ຄົນ ​ແລະ ຄົນ​ງານ​ເກືອບ 10.000 ຄົນ.

ຂ່າວ/ບົດ​ອື່ນ