ທ່ານເລຂາທິການໃຫຍ່ອວຍພອນປີໃໝ່ຫ້ອງວ່າການສູນກາງພັກ
(ພາບ: TTXVN)
(vovworld) - ເນື່ອງໃນໂອກາດບຸນເຕັດປີລະກາ 2017, ຕອນບ່າຍວັນທີ 24/1, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ມີການພົບປະສ້າງສັນ ແລະ ອວຍພອນປີໃໝ່ພະນັກງານ, ພາລະກອນຫ້ອງວ່າການສູນກາງພັກ. ທີ່ການພົບປະ, ຕາງໜ້າກົມການເມືອງ, ຄະນະເລຂາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຍ້ອງຍໍບັນດາຜົນງານເຊິ່ງພະນັກງານ, ລັດຖະກອນຫ້ອງວ່າການສູນກາງພັກບັນລຸໄດ້ໃນວຽກງານເປັນເສນາທິການ, ຮັບໃຊ້ວຽກງານຊີ້ນຳນຳພາຂອງພັກ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດໃນປີ 2016. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃສ່ໃຈວ່າ, ໃນປີ 2017, ສະພາບການປະເທດຊາດຍັງປະສົບຄວາມຫຍຸ້ງຍາກ, ການທ້າທາຍບໍ່ແມ່ນໜ້ອຍ, ເມື່ອທຽບໃສ່ຄວາມຕ້ອງການແມ່ນຍັງມີຫຼາຍວຽກຕ້ອງເຮັດ. ຫ້ອງວ່າການສູນກາງພັກຄວນສືບຕໍ່ປ່ຽນໃໝ່ການເຄື່ອນໄຫວ, ຍົກສູງຄວາມສາມາດຄາດຄະເນ, ເປັນເຈົ້າການກຳເອົາສະພາບການ, ຍົກສູງສະມັດຕະພາບ ແລະ ປະສິດທິຜົນການເຄື່ອນໄຫວ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ອວຍພອນພະນັກງານ, ກຳມະກອນ, ພາລະກອນຫ້ອງວ່າການສູນກາງພັກ ພ້ອມດ້ວຍ ຄອບຄົວ ປີໃໝ່ມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ປະສົບຜົນສຳເລັດ, ສ້າງຜົນງານໃໝ່ທີ່ດີເດັ່ນຫຼາຍກວ່າອີກ.