ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ໄປ​ຖະ​ຫວາຍ​ທູບ​ທຽນ ແລະ ປູກ​ຕົ້ນ​ໄມ້​ຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ

(VOVWORLD) -ໃນບັນຍາກາດທີ່ເບີກບານມ່ວນຊື່ນຂອງຊຸມວັນຕົ້ນປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດາວິລະບຸລຸດ, ຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ປູກຕົ້ນໄມ້ເປັນທີ່ລະນຶກຢູ່ເຂດປູຊະນີຍະສະຖານ ພະລາດຊະວັງ ແທັງລອງ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ໄປ​ຖະ​ຫວາຍ​ທູບ​ທຽນ ແລະ ປູກ​ຕົ້ນ​ໄມ້​ຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະຜູ້ແທນ ຖະຫວາຍທູບທຽນອາໄລຫາເຈົ້າຊີວິດ ຫຼີຖ໊າຍໂຕ໊ (ພາບ: TTXVN)

ຕອນເຊົ້າວັນທີ 17 ກຸມພາ (ເຊິ່ງກົງກັບວັນທີ 6 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ ປີສະຫຼູ 2021), ໃນບັນຍາກາດທີ່ເບີກບານມ່ວນຊື່ນຂອງຊຸມວັນຕົ້ນປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາບັນດາວິລະບຸລຸດ, ຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ປູກຕົ້ນໄມ້ເປັນທີ່ລະນຶກຢູ່ເຂດປູຊະນີຍະສະຖານ ພະລາດຊະວັງ ແທັງລອງ (ນະຄອນຫຼວງຮ່າໂນ້ຍ).

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະຜູ້ແທນ ຖະຫວາຍທູບທຽນອາໄລຫາເຈົ້າຊີວິດ ຫຼີຖ໊າຍໂຕ໊ ເຊິ່ງເປັນຜູ້ຍົກຍ້າຍນະຄອນຫຼວງມາຕັ້ງ ຢູ່ ແທັງລອງ ໃນລະດູບານໃໝ່ປີ 1010, ຕັດສິນໃຈເສີມຂະຫຍາຍມູນເຊື້ອອະລິຍະທຳ, ອົງອາດກ້າຫານຂອງ ທອງລັງ - ຮ່າໂນ້ຍ ແລະ ບັນດາຄຸນຄ່າທີ່ສູງສົ່ງຂອງຊາດ; ຝຶກຝົນຫຼໍ່ຫຼອມກຸ່ມກ້ອນມະຫາສາມັກຄີຊົ່ວປວງຊົນທັງຊາດໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ; ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສີວິໄລ, ທັນສະໄໝ, ສຸມຈິດສຸມໃຈປະຕິບັດເປົ້າໝາຍເພື່ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ໄປ​ຖະ​ຫວາຍ​ທູບ​ທຽນ ແລະ ປູກ​ຕົ້ນ​ໄມ້​ຢູ່ ພະ​ລາດ​ຊະ​ວັງ​ທັງ​ລອງ - ảnh 2ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະ ໄດ້ປູກຕົ້ນໄມ້ຢູ່ເຂດປູຊະນີຍະສະຖານ (ພາບ: TTXVN)

ພາຍຫຼັງພິທີຖະຫວາຍທູບທຽນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະ ໄດ້ປູກຕົ້ນໄມ້ຢູ່ເຂດປູຊະນີຍະສະຖານດັ່ງກ່າວ.


 

ຕອບກັບ

ຂ່າວ/ບົດ​ອື່ນ