ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍໝາກຜົນບັນດາການຢ້ຽມຢາມ, ຂໍ້ຕົກລົງຂັ້ນສູງ ແລະ ໂຄງການກະທຳຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດໄລຍະ 2024 – 2028 ຢ່າງມີປະສິດທິຜົນ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi
(ພາບ: PTI)

        ວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ ແລະ ວາລະປຶກສາຫາລືຂັ້ນສູງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທີ່ ນິວຢອກ, ອາເມລິກາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍໝາກຜົນບັນດາການຢ້ຽມຢາມ, ຂໍ້ຕົກລົງຂັ້ນສູງ ແລະ ໂຄງການກະທຳຜັນຂະຫຍາຍການພົວພັນຄູ່່ຮ່ວມມືຍຸດທະສາດໄລຍະ 2024 – 2028 ຢ່າງມີປະສິດທິຜົນ; ທ່ານເຊື່ອໝັ້ນວ່າ 2 ປະເທດຈະບັນລຸເລື່ອງນຳວົງເງິນການຄ້າ 2 ຝ່າຍຂຶ້ນເປັນ 20 ຕື້ USD/ປີ ແລະ ເພີ່ມຂຶ້ນກວ່າ 30 ຕື້ USD ໃນປີ 2030.

        ກ່ຽວກັບການຮ່ວມມືຢູ່ພາກພື້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ, ອິນເດຍ ຈະສືບຕໍ່ສະໜັບສະໜູນຫຼັກໝັ້ນຫຼັກການ, ບົດບາດໃຈກາງຂອງ ອາຊຽນ, ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ພ້ອມກັນຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມ.

        ສ່ວນທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໃຫ້ຮູ້ວ່າ, ອິນເດຍ ຈະຊຸກຍູ້ການພົວພັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກັບ ອາຊຽນ ແລະ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຫຼື ແມ່ນທ່າແຮງຂອງ 2 ຝ່າຍ, ຄື: ການເຊື່ອມຕໍ່ດີຈີຕອນ, ເສດຖະກິດດີຈີຕອນ, ພື້ນຖານໂຄງລ່າງແບບຍືນຍົງ, ພະລັງງານທົດແທນ ແລະ ຄວາມໝັ້ນຄົງທາງທະເລ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບບັນດາສະມາຊິກເຄືອຂ່າຍນະວັດຕະກຳ ຫວຽດນາມ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ ອາເມລິກາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ, ເຄືອຂ່າຍນະວັດຕະກຳ ຫວຽດນາມ ຕ້ອງແບ່ງປັນພູມປັນຍາ ແລະ ນຳໃຊ້ບັນດາຄວາມກ້າວໜ້າດ້ານເຕັກໂນໂລຊີເຂົ້າໃນວິວັດການພັດທະນາຂອງປະເທດຊາດ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ດ້ານພູມປັນຍາ, ເຕັກໂນໂລຊີ ນຳບັນດາສິ່ງຍອດຍິ່ງ, ຄວາມກ້າວໜ້າຂອງໂລກມາຫາ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ