ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ນັກ​ທຸ​ລະ​ກິດ ຫວຽດ​ນາມ

(VOVWORLD) - ຕອນບ່າຍວັນທີ 11 ຕຸລາ, ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບຄະນະຜູ້ແທນນັກທຸລະກິດດີເດັ່ນຂອງ ສະຫະພັນການຄ້າ ແລະ ວິສາຫະກິດ ຫວຽດນາມ (VCCI) ແລະ ສະມາຄົມນັກທຸລະກິດເອກະຊົນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ 13 ຕຸລາ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ນັກ​ທຸ​ລະ​ກິດ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບຄະນະຜູ້ແທນນັກທຸລະກິດດີເດັ່ນຂອງ ສະຫະພັນການຄ້າ ແລະ ວິສາຫະກິດ ຫວຽດນາມ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ເພື່ອປະຕິບັດເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດພັດທະນາມີລາຍຮັບສູງໃນວິໄສທັດ 20 ປີຂ້າງໜ້າ ແລະ ສ້າງພື້ນຖານເສດຖະກິດເຕີບໂຕສີຂຽວ, ກວມລວມ ແລະ ຍືນຍົງ, ເລື່ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຊຸກຍູ້ວິສາຫະກິດພັດທະນາແມ່ນໜ້າທີ່ຈຸດສຸມສຳຄັນ ແຖວໜ້າຂອງທຸກຂັ້ນ, ທຸກຂະແໜງການ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ປາດຖະໜາວ່າ:

        “ຂ້າພະເຈົ້າມີຄວາມປາດຖະໜາ ແລະ ສະເໜີໃຫ້ຖັນແຖວນັກທຸລະກິດ ຫວຽດນາມ ເສີມຂະຫຍາຍນ້ຳໃຈຮັກຊາດ, ຍົກສູງຄຸນສົມບັດຈັນຍາບັນດຳເນີນທຸລະກິດ, ມີຄວາມໄຝ່ຝັນ ແລະ ຄວາມຕັ້ງຫວັງພັດທະນາ, ກາຍເປັນແບບຢ່າງຂອງນ້ຳໃຈວິສາຫະກິດ, ການດຳເນີນທຸລະກິດທີ່ຊື່ກົງບໍລິສຸດ, ມີວັດທະນະທຳມະນຸດ ແລະ ມີຄວາມຮັບຜິດຊອບ. ບັນດານັກທຸລະກິດຕ້ອງເສີມຂະຫຍາຍນ້ຳໃຈການປ່ຽນແປງໃໝ່, ປະດິດຄິດສ້າງ, ຍົກສູງການຄຸ້ມຄອງບໍລິຫານວິສາຫະກິດ ແລະ ໝູນໃຊ້ເຕັກໂນໂລຢີ, ປະຕິບັດນະໂຍບາຍແຮງງານໃຫ້ມີຄວາມສະເໝີພາບ, ຖືການສ້າງເຄື່ອງໝາຍການຄ້າເປັນສຳຄັນ. ຂ້າພະເຈົ້າກໍປາດຖະໜາວ່າ ບັນດາອົງການລັດ ຈະຕັ້ງໜ້າໂອ້ລົມສົນທະນາກັບວິສາຫະກິດ, ກັບນັກທຸລະກິດເພື່ອໃຫ້ມີຄວາມເຂົ້າໃຈ ແລະ ແບ່ງປັນເຊິ່ງກັນ ແລະ ກັນ”.

ຫວຽດເກືອງ

         

ຕອບກັບ

ຂ່າວ/ບົດ​ອື່ນ