ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມພິທີໄຂວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ສປຊ ຊຸດທີ 79

(VOVWORLD) - ວາລະປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ນຳລັດ ແລະ ລັດຖະບານບັນດາປະເທດສະມາຊິກສະຫະປະຊາຊາດ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນຈຳນວນ 155 ທ່ານ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເຂົ້າຮ່ວມພິທີໄຂວາລະປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ສປຊ ຊຸດທີ 79 - ảnh 1(ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກ່າວປາໄສທີ່ວາລະປຶກສາຫາລືລວມ)

        ພິທີໄຂວາລະປຶກສາຫາລືລວມຂັ້ນສູງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ຈັດຂຶ້ນໃນວັນທີ 24 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານສະຫະປະຊາຊາດທີ່ນິວຢອກ, ປະເທດ ອາເມລິກາ. ດ້ວຍຫົວຂໍ້ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ: ການກະທຳສາມັກຄີເພື່ອຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ, ກຽດສັດສີມວນມະນຸດ ເພື່ອລຸ້ນຄົນປະຈຸບັນ ແລະ ອະນາຄົດ”. ວາລະປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ນຳລັດ ແລະ ລັດຖະບານບັນດາປະເທດສະມາຊິກສະຫະປະຊາຊາດ, ພ້ອມກັບການນຳບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນຈຳນວນ 155 ທ່ານ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ກ່າວປາໄສທີ່ວາລະປຶກສາຫາລືລວມ.

        ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຮຽກຮ້ອງໃຫ້ບັນດາປະເທດເພີ່ມທະວີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈ, ພ້ອມກັນມີການກະທຳ, ຮ່ວມມືກັນຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດບາດຂອງບັນດາລະບອບລະບຽບການທົ່ວໂລກເປັນຢ່າງສູງ ເພື່ອບັນລຸໄດ້ເປົ້າໝາຍສູງສຸດແມ່ນຢຸດຕິສົງຄາມ, ລົບລ້າງການກົດຂີ່ຂູດຮີດດ້ວຍທຸກຮູບແບບ, ສ້າງສັນຕິພາບ, ສ້າງໂລກໃຫ້ດີງາມກວ່າ ແລະ ນຳຄວາມຜາສຸກມາສູ່ມວນມະນຸດ.

        ເມື່ອແບ່ງປັນກ່ຽວກັບວິໄສທັດຂອງ ຫວຽດນາມ ກ່ຽວກັບອະນາຄົດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ເນັ້ນໜັກວ່າ:

“ຮັບປະກັນການພັດທະນາຢ່າງສະເໝີພາບຂອງແຕ່ລະປະເທດ, ແຕ່ລະປະຊາຄົມ, ມະນຸດແຕ່ລະຄົນໃນເງື່ອນໄຂເສດຖະກິດ, ສັງຄົມ, ວັດທະນະທຳແຕກຕ່າງກັນ. ສ້າງ, ລະດົມ ແລະ ນຳໃຊ້ທຸກແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາຢ່າງມີປະສິດທິຜົນ ສອດຄ່ອງກັບຄວາມຕ້ອງການຂອງແຕ່ລະປະເທດ. ເອົາໃຈໃສ່ໜູນຊ່ວຍບັນດາປະເທດພວມພັດທະນາ, ດ້ອຍພັດທະນາ, ພິເສດແມ່ນແຫຼ່ງທຶນກູ້ຢືມບຸລິມະສິດ, ຖ່າຍທອດເຕັກໂນໂລຊີກ້າວໜ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ, ສ້າງຄວາມສະດວກໃຫ້ແກ່ການລົງທຶນ, ການຄ້າ”.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຊົມເຊີນເລື່ອງສະມັດຊາໃຫຍ່ສະຫະປະຊາຊາດໄດ້ມອບສິດເຂົ້າຮ່ວມຢ່າງແທດຈິງຕື່ມອີກໃຫ້ແກ່ລັດ ປາແລັດສະຕິນ ຢ່າງເປັນທາງການ ນັບແຕ່ຊຸດທີ 79; ຢືນຢັນຄວາມສາມັກຄີກັບປະເທດ ແລະ ປະຊາຊົນ ກຸຍບາ, ຮຽກຮ້ອງໃຫ້ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດພຽງລຳພັງຝ່າຍດຽວຕ້ານ ກຸຍບາ ແລະ ນຳ ກຸຍບາ ໃຫ້ຫຼຸດຜ່ອນອອກຈາກບັນຊີລາຍຊືປະເທດອຸປະຖຳກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ