ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ມີ​ສານ​ສຳ​ຄັນ​ຢູ່ ສປ​ຊ

(VOVWORLD) - ໃນລະຫວ່າງວັນທີ 22 – 24 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ມີ​ສານ​ສຳ​ຄັນ​ຢູ່ ສປ​ຊ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ.ຫວຽດນາມ ໂຕເລິມ (ພາບ: TTXVN)

ໃນລະຫວ່າງວັນທີ 21 – 27 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ.ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79, ເຮັດວຽກຢູ່ ອາເມລິກາ; ຫຼັງຈາກນັ້ນຈະໄປຢ້ຽມຢາມທາງລັດຖະກິດຢູ່ ກຸຍບາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ທ່ານປະທານປະເທດ ສ.ກຸຍບາ Miguel Diaz Canel Bermudez ພ້ອມກັບພັນລະຍາ.

ໃນຂະນະນັ້ນ, ໃນລະຫວ່າງວັນທີ 22 – 24 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ. ນີ້ແມ່ນການເດີນທາງປະຕິບັດງານເຂົ້າຮ່ວມການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍ ແລະ ເຮັດວຽກຄັ້ງທຳອິດຢູ່ ອາເມລິກາຂອງທ່ານເລຂາທິການໃຫຍ່, ປະທານປະເທດໃນຖານະຕຳແໜ່ງໃໝ່. ໃນຂະນະນັ້ນ, ການເດີນທາງໄປປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມຢູ່ ອາເມລິກາ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 1 ປີທີ່ສອງປະເທດຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພວມຕັ້ງໜ້າກະກຽມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາໃນປີ 2025.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ ໃນຂອບເຂດການເດີນທາງໄປປະຕິບັດງານ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີການພົບປະສອງຝ່າຍສຳຄັນ ກັບການນຳອຳນາດການປົກກຄອງ ອາເມລິກາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການມຸ່ງໄປເຖິງການສະເຫຼີມສະຫຼອງ30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ ແລະ 1 ປີແຫ່ງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ຄືບັນດາການພົບປະ, ເຮັດວຽກໂດຍການເຂົ້າຮ່ວມຂອງເຈົ້າໜ້າທີ່, ວິສາຫະກິດ, ນັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ