ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ ເພື່ອ​ອະ​ນາ​ຄົດ​ແຫ່ງ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ຍືນ​ຍົງ

(VOVWORLD) - ໃນຂອບເຂດກອງປະຊຸມຂັ້ນສູງ ຝລັ່ງໂກໂຟນີ, ວັນທີ 5 ຕຸລາ, ຕາມເວລາທ້ອງຖິ່ນ ຢູ່ປາຣີ, ຝລັ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສືບຕໍ່ເຂົ້າຮ່ວມກອງປະຊຸມທາງການ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມ.
ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ ເພື່ອ​ອະ​ນາ​ຄົດ​ແຫ່ງ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ ແລະ ຍືນ​ຍົງ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ “ເພື່ອລັດທິຫຼາຍຝ່າຍປ່ຽນແປງໃໝ່” ຂອງກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນບົດບາດບໍ່ສາມາດປ່ຽນແປງຂອງບັນດາກົນໄກຫຼາຍຝ່າຍ, ຍົກສູງການປະກອບສ່ວນຂອງອົງການ ຝລັ່ງໂກໂຟນີສາກົນ (OIF) ແລະ ບັນດາກົນໄກຝລັ່ງໂກໂຟນີ ໃນການແກ້ໄຂບັນດາບັນຫາທີ່ມີຄວາມສົນໃຈລວມ ຂອງປະຊາຄົມສາກົນ, ກໍ່ຄືບັນດາຂັ້ນຕອນກໍ່ສ້າງບັນດາຂອບເຂດ, ຫຼັກການສຳລັບບັນດາບັນຫາເກີດຂຶ້ນໃໝ່

ເພື່ອແນໃສ່ຍົກສູງບົດບາດ ລັດທິຫຼາຍຝ່າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກວ່າຕ້ອງຕິດພັນບັນດາວິວັດການປ່ຽນແປງໃຫຍ່, ເປັນຕົ້ນແມ່ນການຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ອົງການຝລັ່ງໂກໂຟນີ ກໍ່ຕ້ອງປັບຕົວໃຫ້ແທດເໝາະກັບທ່າອ່ຽງນີ້, ໜູນຊ່ວຍບັນດາສະມາຊິກຍົກສູງກຳລັງຄວາມສາມາດກ່ຽວກັບເຕັກໂນໂລຢີ, ພັດທະນາພະລັງງານສະອາດ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະສົບຜົນສຳເລັດ. ວິທະຍາສາດ, ເຕັກໂນໂຢລີ ແມ່ນຂໍ້ກຸນແຈ ເພື່ອໃຫ້ປະຊາຄົມຝລັ່ງໂກໂຟນີ ອາດຈະສ້າງບາດກ້າວບຸກທະລຸໃນອະນາຄົດ.


ຕອບກັບ

ຂ່າວ/ບົດ​ອື່ນ