ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ

(VOVWORLD) - ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແມ່ນເພື່ອສືບຕໍ່ຢືນຢັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຫຼັກແຫຼ່ງຂອງປະຊາຄົມໃຊ້ພາສາຝລັ່ງ ຢູ່ພາກພື້ນ ອາຊີ - ປາຊີຟິກ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເລີ່ມຕົ້ນເຂົ້າຮ່ວມກອງປະຊຸມສຸດຍອດຝລັ່ງໂກໂຟນີ ຄັ້ງທີ 19 ແລະ ຢ້ຽມຢາມ ຝລັ່ງ ຢ່າງເປັນທາງການ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ປະເທດ ຝລັ່ງ
(ພາບ: TTXVN)

        ຕອນເຊົ້າວັນທີ 04 ຕຸລາ (ຕາມເວລາ ຮ່າໂນ້ຍ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ເລີ່ມຕົ້ນບັນດາການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແລະ ດຳເນີນການຢ້ຽມຢາມປະເທດ ຝລັ່ງ ຢ່າງເປັນທາງການ, ແຕ່ວັນທີ 03 – 07 ຕຸລາ, ຕາມຄຳເຊີນຂອງທ່ານປະທານາທິບໍດີ ສ.ຝລັ່ງ Emmanuel Macron.

        ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ແມ່ນເພື່ອສືບຕໍ່ຢືນຢັນບົດບາດຂອງ ຫວຽດນາມ ແມ່ນສະມາຊິກຫຼັກແຫຼ່ງຂອງປະຊາຄົມໃຊ້ພາສາຝລັ່ງ ຢູ່ພາກພື້ນ ອາຊີ - ປາຊີຟິກ, ກໍຄືການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າບັນດາການເຄື່ອນໄຫວຂອງປະຊາຄົມໃຊ້ພາສາຝລັ່ງ ເວົ້າສະເພາະ ແລະ ປະຊາຄົມສາກົນເວົ້າລວມ.

        ນີ້ແມ່ນການຢ້ຽມຢາມປະເທດ ສ.ຝລັ່ງ ເປັນຄັ້ງທຳອິດຂອງທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ພາຍຫຼັງໄລຍະ 22 ປີ, ເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ ເຂົ້າສູ່ລວງເລິກ, ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ