ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ​ການມອບ​ລາງວັນ​ວິ​ສາ​ຫະ​ກິດ​ຝ​ລັ່ງ​ໂກ​ໂຟ​ນີ​ດີ​ເດັ່ນ

(VOVWORLD) - ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມຝລັ່ງໂກໂຟນີ, ຫວຽດນາມ ຍາມໃດກໍ່ຕັ້ງໜ້າຜັນຂະຫຍາຍບັນດາລາຍການຂອງອົງການຝລັ່ງໂກໂຟນີ, ປະກອບສ່ວນເຂົ້າໃນຄວາມສາມັກຄີ ແລະ ການພັດທະນາຂອງອົງການຝລັ່ງໂກໂຟນີ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຂົ້າ​ຮ່ວມ​ການມອບ​ລາງວັນ​ວິ​ສາ​ຫະ​ກິດ​ຝ​ລັ່ງ​ໂກ​ໂຟ​ນີ​ດີ​ເດັ່ນ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ຕອນບ່າຍວັນທີ 5 ຕຸລາ, ຕາມເວລາທ້ອງຖິ່ນ ຢູ່ປາຣີ (ຝລັ່ງ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຂົ້າຮ່ວມເວທີປາໄສ ຝລັ່ງໂກໂຟນີ (FFA) ມອບລາງວັນວິສາຫະກິດຝລັ່ງໂກໂຟນີ ດີເດັ່ນໃຫ້ແກ່ກຸ່ມບໍລິສັດ FPT ຫວຽດນາມ ແລະ ບໍລິສັດ Made For A Woman, Madagascar.

ກ່າວຄຳເຫັນທີ່ເຫດການ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ໂດຍແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມຝລັ່ງໂກໂຟນີ, ຫວຽດນາມ ຍາມໃດກໍ່ຕັ້ງໜ້າຜັນຂະຫຍາຍບັນດາລາຍການຂອງອົງການຝລັ່ງໂກໂຟນີ, ປະກອບສ່ວນເຂົ້າໃນຄວາມສາມັກຄີ ແລະ ການພັດທະນາຂອງອົງການຝລັ່ງໂກໂຟນີ.

ອວຍພອນບັນດາຜົນສຳເລັດຂອງລາງວັນເວທີປາໄສດຳເນີນທຸລະກິດຝລັ່ງໂກໂຟນີ ແລະ 2 ວິສາຫະກິດໄດ້ຮັບລາງວັນຄັ້ງນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ເລື່ອງບັນດາວິສາຫະກິດ ໄດ້ຮັບລາງວັນປີນີ້ ນັ້ນແມ່ນ ການເຊີດຊູຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງຂອງບັນດາວິສາຫະກິດ ໃນຂົງເຂດວິທະຍາສາດເຕັກໂນໂລຢີ, ເຊີດຊູຄວາມງາມ ແລະ ການດຳລົງຊີວິດຂອງມວນມະນຸດ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງວ່າ ເລື່ອງ ວິສາຫະກິດ FPT ຂອງ ຫວຽດນາມ ໄດ້ຮັບລາງວັນປີ້ນີ້ ອີກຄັ້ງໜຶ່ງພິສູດໃຫ້ເຫັນຄວາມຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມຂອງຫວຽດນາມ ໃນປະຊາຄົມ ຝລັ່ງໂກຟີນີ.

ຕອບກັບ

ຂ່າວ/ບົດ​ອື່ນ