ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຮຽກຮ້ອງໃຫ້ຢຸດຍິງຢູ່ ຢູແກຼນ
(VOVWORLD) -ສິ່ງສຳຄັນທີ່ສຸດໃນການຢຸດຍິງຢູ່ ຢູແກຼນ ແມ່ນເພື່ອໃຫ້ປະຊາຊົນມີເງື່ອນໄຂອອກຈາກນະຄອນ Mariupol, Kharkov ແລະ Sumy ກໍຄືຢູ່ແຫ່ງອື່ນໆທີ່ພວມຕິດຄ້າງໃນການປະທະກັນນີ້ ໄດ້ຍົກຍ້າຍໄປຍັງບ່ອນທີ່ປອດໄພ, ພ້ອມທັງຮັບປະກັນໃຫ້ເຄື່ອງຊ່ວຍເຫຼືອມະນຸດສະທຳສາມາດສົ່ງຮອດມືຜູ້ທີ່ຍັງຕິດຄ້າງ.
ຊາວ ຢູແກຼນ ຍົກຍ້າຍອອກຈາກນະຄອນ Irpin ໃນວັນທີ 5 ມີນາ (ພາບ: AFP/TTXVN) |
ວັນທີ 6 ມີນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຖິງການປະທະກັນຢູ່ ຢູແກຼນ ຈົ່ງຢຸດຍິງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ສາມັນຊົນ ຍົກຍ້າຍໄປບ່ອນທີ່ປອດໄພ ແລະ ເຄື່ອງຊ່ວຍເຫຼືອມະນຸດສະທຳກໍສາມາດສົ່ງໄປຮອດຜູ້ທີ່ຍັງຕິດຄ້າງຢູ່ ຢູແກຼນ.
ໃນສື່ສັງຄົມອອນລາຍ Twitter, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢືນວ່າ ສິ່ງສຳຄັນທີ່ສຸດໃນການຢຸດຍິງຢູ່ ຢູແກຼນ ແມ່ນເພື່ອໃຫ້ປະຊາຊົນມີເງື່ອນໄຂອອກຈາກນະຄອນ Mariupol, Kharkov ແລະ Sumy ກໍຄືຢູ່ແຫ່ງອື່ນໆທີ່ພວມຕິດຄ້າງໃນການປະທະກັນນີ້ ໄດ້ຍົກຍ້າຍໄປຍັງບ່ອນທີ່ປອດໄພ, ພ້ອມທັງຮັບປະກັນໃຫ້ເຄື່ອງຊ່ວຍເຫຼືອມະນຸດສະທຳສາມາດສົ່ງຮອດມືຜູ້ທີ່ຍັງຕິດຄ້າງ.